ນັບແຕ່ວັນທີ 15 ມີນານີ້ເປັນຕົ້ນໄປ, ຈີນຈະເປີດກວ້າງຂອບເຂດການທົດລອງການອອກໄປທ່ຽວຢູ່ຕ່າງປະເທດແບບເປັນກຸ່ມສຳລັບພົນລະເມືອງຈີນ

2023-03-15 16:07:43 CRI

 

ຕາມຂ່າວCRI: ວັນທີ 14 ມີນານີ້, ທ່ານວ່າງເວີນປີ່ນ, ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນເວລາຕອບຄຳຖາມໃນກອງປະຊຸມຖະແຫຼງຂ່າວວ່າ: ຫວ່າງບໍ່ດົນມານີ້, ຈີນໄດ້ທົດລອງຟື້ນຟູການອອກໄປທ່ຽວຢູ່ຕ່າງປະເທດແບບເປັນກຸ່ມສຳລັບພົນລະເມືອງຈີນຢູ່ຕໍ່ປະເທດຈຳນວນໜຶ່ງ, ເຊິ່ງໄດ້ຮັບການຈັດຕັ້ງປະຕິບັດເປັນຢ່າງດີໂດຍລວມ. ຫວ່າງມໍ່ໆມານີ້, ສະພາບພະຍາດລະບາດຢູ່ຂອງຈີນໄດ້ຮັກສາທ່ວງທ່າຢ່າງໝັ້ນທ່ຽງ, ຄວາມຕ້ອງການດ້ານການທ່ອງທ່ຽວຢູ່ຕ່າງປະເທດຂອງມວນຊົນໄດ້ເພີ່ມຂຶ້ນ, ຫຼາຍປະເທດຄອງຄອຍນັກທ່ອງທ່ຽວຈີນໄປທ່ອງທ່ຽວ.

 

ທ່ານວ່າງເວີນປີ່ນກ່າວຕື່ມວ່າ: “ກ່ຽວກັບເລື່ອງນີ້, ຈີນໄດ້ຕົກລົງວ່າ, ນັບແຕ່ວັນທີ 15 ມີນານີ້ເປັນຕົ້ນໄປຈະເປີດກວ້າງຂອບເຂດການທົດລອງການອອກໄປທ່ຽວຢູ່ຕ່າງປະເທດແບບເປັນກຸ່ມສຳລັບພົນລະເມືອງຈີນ, ສ້າງເງື່ອນໄຂທີ່ດີຢ່າງຕໍ່ເນື່ອງໃຫ້ແກ່ການອອກໄປທ່ຽວຢູ່ຕ່າງປະເທດ. ” ພາກສ່ວນຄຸ້ມຄອງຕົ້ນຕໍຈະສືບຕໍ່ຊີ້ນຳໃຫ້ວິສາຫະກິດການທ່ອງທ່ຽວຈັດຕັ້ງປະຕິບັດຢ່າງລະອຽດ.