ທ່ານຫວາງຢີ້ແລະຜູ້ລິເລີ່ມານຮ່ວມມືກັບຈີນຂອງອິນໂດເນເຊຍໂອ້ລົມກັນຜ່ານທາງໂທລະສັບ

2023-03-15 16:06:59 CRI

 

ຕາມຂ່າວCRI: ວັນທີ 14 ມີນານີ້, ທ່ານຫວາງຢີ້, ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ, ຫົວໜ້າຫ້ອງການຄະນະກຳມະການວຽກງານການຕ່າງປະເທດສູນກາງພັກຄອມມູນິດຈີນແລະທ່ານລູຮຸດ ບິນຊາ ປັນໄຈຕານ, ຜູ້ລິເລີ່ມການຮ່ວມມືກັບຈີນຂອງອິນໂດເນເຊຍ, ລັດຖະມົນຕີກະຊວງແຜນການຂອງອິນໂດເນເຊຍໄດ້ໂອ້ລົມກັນຜ່ານທາງໂທລະສັບຕາມການນັດໝາຍ.

 

ທ່ານຫວາງຢີ້ກ່າວວ່າ, ລັດຖະບານຊຸດໃໝ່ຂອງຈີນຈະຍຶດຖືແນວຄິດການພັດທະນາທີ່ຖືປະຊາຊົນເປັນໃຈກາງ, ຊຸກຍູ້ການພັດທະນາທີ່ມີຄຸນນະພາບສູງ, ຊຸກຍູ້ການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນຢ່າງຮອບດ້ານດ້ວຍຄວາມທັນສະໄໝແບບຈີນ, ສະໜອງໂອກາດໃໝ່ໃຫ້ແກ່ທົ່ວໂລກດ້ວຍການພັດທະນາໃໝ່ຂອງຈີນ. ໃນຂະບວນວິວັດດັ່ງກ່າວ, ການຮ່ວມມືລະຫວ່າງຈີນ-ອິນໂດເນເຊຍມີອະນາຄົດຢ່າງກວ້າງຂວາງ.

 

ທ່ານລູຮຸດ ບິນຊາ ປັນໄຈຕານກ່າວວ່າ: ອິນໂດເນເຊຍເອົາໃຈໃສ່ໃນລະດັບສູງຕໍ່ການພົວພັນກັບຈີນ, ຍິນດີຮ່ວມກັບຝ່າຍຈີນ, ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສ້ັນທາງ” ທີ່ມີຄຸນນະພາບສູງ, ຊຸກຍູ້ການກໍ່ສ້າງຂອງທາງລົດໄຟຈາກາກຕາ-ບັນດຸງ, ຊຸກຍູ້ໃຫ້ການຮ່ວມມືໃນແຕ່ລະຂົງເຂດລະຫວ່າງສອງປະເທດໄດ້ຮັບຜົນສຳເລັດຢ່າງຫຼວງຫຼາຍກວ່າເກົ່າ.