ທ່ານສີຈິ້ນຜິງ ສົ່ງສານອວຍພອນໄປຍັງທ່ານຣາມ ຈັນດຣາ ພູເດວ ທີ່ໄດ້ຂຶ້ນຮັບຕຳແໜ່ງປະທານາທິບໍດີເນປານ

2023-03-15 11:24:50 cri

ວັນທີ 14 ມີນານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານໄປຍັງທ່ານ ຣາມ ຈັນດຣາ ພູເດວ, ເພື່ອອວຍພອນທ່ານຂຶ້ນຮັບຕຳແໜ່ງປະທານາທິບໍດີເນປານ.


ທ່ານສີຈິ້ນຜິງຊີ້ອອກວ່າ, ຈີນກັບເນປານ ແມ່ນປະເທດບ້ານໃກ້ເຮືອນຄຽງທີ່ດີທີ່ມີສາຍພູສາຍນ້ຳຕິດຈອດກັນ. ນັບແຕ່ສ້າງຕັ້ງສາຍພົວພັນທາງການທູດໃນປີ 1955 ເປັນຕົ້ນມາ, ການພົວພັນລະຫວ່າງຈີນກັບເນປານ ໄດ້ຮັກສາການຂະຫຍາຍຕົວຢ່າງປອດໄສແລະໝັ້ນທ່ຽງຢ່າງສະເໝີຕົ້ນສະເໝີປາຍ, ກາຍເປັນແບບຢ່າງທີ່ດີສຳລັບການຢູ່ຮ່ວມກັນໂດຍສັນຕິ, ມີໄມຕີຈິດມິດຕະພາບຕໍ່ກັນແລະຊ່ວຍເຫຼືອເຊິ່ງກັນແລະກັນ ລະຫວ່າງປະເທດໃຫຍ່ກັບປະເທດນ້ອຍ, ຂ້າພະເຈົ້າເອົາໃຈໃສ່ຕໍ່ການຂະຫຍາຍຕົວຂອງການພົວພັນລະຫວ່າງຈີນກັບເນປານໃນລະດັບສູງ, ຍິນດີທຳຄວາມພະຍາຍາມຮ່ວມກັບທ່ານພູເດວ, ເພື່ອສົ່ງເສີມມິດຕະພາບອັນເປັນມູນເຊື້ອລະຫວ່າງຈີນກັບເນປານ, ປັບປຸງຄວາມໄວ້ເນື້ອເຊື່ອໃຈກັນດ້ານການເມືອງລະຫວ່າງສອງປະເທດ, ສ້າງ “ໜຶ່ງເລວໜຶ່ງເສັ້ນທາງ” ຮ່ວມກັນຢ່າງມີຄຸນນະພາບສູງ, ເປີດກວ້າງການແລກປ່ຽນແລະການຮ່ວມມືດ້ານວັດທະນະທຳ, ຊຸກຍູ້ໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດທີ່ມີໄມຕີຈິດມິດຕະພາບຕໍ່ກັນທຸກເຊັ່ນຄົນລະຫວ່າງຈີນກັບເນປານ ຂະຫຍາຍຕົວໄປສູ່ການພັດທະນາແລະຄວາມຈະເລີນຮຸ່ງເຮືອງຢ່າງບໍ່ຢຸດຢັ້ງ.