ໂຄສົກກະຊວງການຕ່າງປະເທດຈີນແນະນຳສະພາບການກອງປະຊຸມໜ່ວຍງານປະສົມດ້ານການຈັດຕັ້ງປະຕິບັດ “ຖະແຫຼງການແຫ່ງການປະພຶດຂອງຝ່າຍຕ່າງໆຢູ່ທະເລຈີນໃຕ້” ຄັ້ງທີ 38

2023-03-15 14:43:38 cri

 

ວັນທີ 14 ມີນານີ້, ທ່ານຫວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ແນະນຳສະພາບການກອງປະຊຸມໜ່ວຍງານປະສົມດ້ານການຈັດຕັ້ງປະຕິບັດ “ຖະແຫຼງການແຫ່ງການປະພຶດຂອງຝ່າຍຕ່າງໆຢູ່ທະເລຈີນໃຕ້” ຄັ້ງທີ 38.

 

ທ່ານກ່າວວ່າ: ລະຫວ່າງວັນທີ 8 ຫາ 10 ມີນານີ້, ກອງປະຊຸມໜ່ວຍງານປະສົມດ້ານການຈັດຕັ້ງປະຕິບັດ “ຖະແຫຼງການແຫ່ງການປະພຶດຂອງຝ່າຍຕ່າງໆຢູ່ທະເລຈີນໃຕ້” ຄັ້ງທີ  38 ໄດ້ຈັດຂຶ້ນຢູ່ນະຄອນຫຼວງຈາກາກຕາປະເທດອິນໂດເນເຊຍຢ່າງເປັນທາງການ. ໃນກອງປະຊຸມດັ່ງກ່າວ, ຈີນ ແລະບັນດາປະເທດສະມາຊິກອາຊຽນສືບຕໍ່ຊຸກຍູ້ການເປິກສາຫາລືດ້ານ “ກົດແຫ່ງການປະພຶດຂອງຝ່າຍຕ່າງໆຢູ່ທະເລຈີນໃຕ້”, ໄດ້ແລກປ່ຽນຄຳຄິດເຫັນຢ່າງເລິກເຊິ່ງກ່ຽວກັບການຈັດຕັ້ງປະຕິບັດ “ຖະແຫຼງການແຫ່ງການປະພຶດຂອງຝ່າຍຕ່າງໆຢູ່ທະເລຈີນໃຕ້” ແລະການຮ່ວມມືຕົວຈິງທາງທະເລ, ບັນດາຝ່າຍໄດ້ມີຄວາມເຫັນເປັນເອກະພາບກັນໃຫ້ຈັດຕັ້ງໂຄງການຮ່ວມມືຕົວຈິງຫຼາຍປະການດ້ານການຄົ້ນຄວ້າວິທະຍາສາດທາງທະເລ, ການອະນຸລັກສິ່ງແວດລ້ອມທາງທະເລ, ການຄົ້ນຫາ ແລະກູ້ໄພເທິງທະເລ ແລະຂົງເຂດອື່ນໆ, ເພີ່ມທະວີການສົນທະນາ ແລະການແລກປ່ຽນ, ລົງເລິກການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ຮ່ວມກັນຮັກສາສັນຕິພາບ ແລະຄວາມໝັ້ນຄົງຢູ່ທະເລຈີນໃຕ້.