ການຫັນເປັນທັນສະໄໝແບບຈີນໄດ້ເປັນບົດຮຽນທີ່ດີສຳລັບປະເທດພວມພັດທະນາ

2023-03-15 16:31:03 CRI

ຫວ່າງມໍ່ໆມານີ້, ທ່ານປາຕຣີສ ຕາລອນ ປະທານາທິບໍດີເບແນັງໃຫ້ສຳພາດຕໍ່ສື່ມວນຊົນຝຣັ່ງ, ໃນເວລາເວົ້າເຖິງຮູບແບບການປົກຄອງຂອງຈີນ, ທ່ານປາຕຣີສ ຕາລອນກ່າວວ່າ: ຕ້ອງຊີ້ໃຫ້ເຫັນວ່າ, ປັດຈຸບັນ, ຈີນເປັນກຳລັງແງ່ໜຶ່ງທີ່ບໍ່ສາມາດເບິ່ງຂ້າມໄດ້. ຈີນໄດ້ໃຫ້ຄວາມຄິດຫຼາຍຢ່າງແກ່ຂ້າພະເຈົ້າ. ຮູບແບບການພັດທະນາຂອງຈີນໄດ້ເປັນບົດຮຽນທີ່ດີສຳລັບທຸກປະເທດທີ່ພວມພັດທະນາ, ຍ້ອນວ່າທຸກປະເທດທີ່ພວມພັດທະນາສາມາດບັນລຸການພັດທະນາແບບນີ້ໄດ້.


ເຖິງວ່າເບແນັງເປັນປະເທດນ້ອຍໆຢູ່ອາຟຣິກາຕາເວັນຕົກເທົ່ານັ້ນກໍຕາມ, ແຕ່ທ່ານປາຕຣີສ ຕາລອນມີຄວາມຄິດຄ້າຍຄືກັນກັບປະເທດພວມພັດທະນາທັງຫຼາຍໃນໂລກ, ນັ້ນກໍຄື: ການຫັນເປັນທັນສະໄໝແບບຈີນເປັນຮູບແບບການພັດທະນາແບບເພິ່ງຕົນເອງ ແລະ ປົກຄອງຢ່າງຖືກຕ້ອງກັບຫຼັກວິທະຍາສາດ, ແມ່ນຮູບແບບການພັດທະນາ ທີ່ຊຸກຍູ້ການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດກັບປະເທດອື່ນ ແລະ ຈະບໍ່ຖືເອົາການທຳລາຍຜົນປະໂຫຍດຂອງປະເທດພວມພັດທະນາປະເທດນ້ອຍອື່ນໆ ເປັນປະຖົມປັດໄຈ. ຮູບແບບການພັດທະນາແບບນີ້ໄດ້ເຮັດໃຫ້ປະເທດດ້ອຍພັດທະນາທັງຫຼາຍຮູ້ສຶກມີຄວາມຫວັງດ້ານການພັດທະນາ.

ການຫັນເປັນທັນສະໄໝແບບຈີນເປັນການຫັນເປັນທັນສະໄໝ ທີ່ຄົນແລະທຳມະຊາດຢູ່ຮ່ວມກັນຢ່າງກົມກຽວກັນ ແລະ ເດີນຕາມເສັ້ນທາງພັດທະນາໂດຍສັນຕິ. ການຫັນເປັນທັນສະໄໝແບບຈີນແມ່ນສະແຫວງຫາການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດກັບປະເທດອື່ນ ເຊິ່ງໄດ້ຕ່າງກັນກັບຂະບວນການຫັນເປັນທັນສະໄໝຂອງປະເທດຕາເວັນຕົກ ທີ່ຮັບຮູ້ເຖິງການຫັນເປັນທັນສະໄໝໂດຍຜ່ານຈາກການຍຶດຄອງແບບລ່າເມືອງຂຶ້ນ ແລະ ກົດຂີ່ຂູດຮີດປະເທດອື່ນຢ່າງປ່າເຖື່ອນ. ໃນຂະບວນການສ້າງສາທັນສະໄໝແບບຈີນ, ຈີນບໍ່ເຄີຍແຜ່ຂະຫຍາຍອິດທິກຳລັງຂອງຕົນ ແລະ ຍຶດຄອງຊັບພະຍາກອນຂອງປະເທດອື່ນຈັກເທື່ອ, ຫາກແມ່ນເປີດປະຕູສູ່ພາຍນອກຢ່າງເປັນເຈົ້າການໃນຂະບວນການພັດທະນາ ເພື່ອບັນລຸການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດກັບປະເທດອື່ນ. ສິ່ງທີ່ສຳຄັນກວ່ານັ້ນກໍຄື: ປະເທດອື່ນກໍສາມາດໄດ້ຮັບຜົນປະໂຫຍດຈາກການຫັນເປັນທັນສະໄໝແບບຈີນ. ນັບແຕ່ປີ 2017 ເປັນຕົ້ນມາ, ຈີນໄດ້ຄອງຖານະປະເທດອັນດັບໜຶ່ງໃນດ້ານການຄ້າສິນຄ້າປະເພດຈັບຕ້ອງໄດ້ຂອງໂລກເປັນຫຼາຍປີລຽນຕິດ, ຈີນຍັງເປັນຄູ່ການຄ້າຕົ້ນຕໍຂອງ 140 ກວ່າປະເທດ ແລະ ເຂດແຄວ້ນໃນໂລກ. ໃນຂະນະທີ່ບັນລຸການພັດທະນາຂອງຕົນ, ຈີນກໍໄດ້ສ້າງໂອກາດພັດທະນາຫຼາຍກວ່າເກົ່າໃຫ້ແກ່ປະເທດຕ່າງໆໃນໂລກ ແລະ ກາຍເປັນກຳລັງຂັບເຄື່ອນທີ່ແຂງແຮງໃຫ້ແກ່ການເຕີບໂຕດ້ານເສດຖະກິດຂອງໂລກ.

ທ່ານກາເມວ ແມນຊາຣີ ຫົວໜ້າພະແນກຂ່າວ “ໜັງສືພິມຊາວໜຸ່ມອິດສະຫຼະ” ຂອງປະເທດອານເຊຣີກ່າວວ່າ: “ປະເທດພວມພັດທະນາຄວນຖອດຖອນບົດຮຽນຈາກຈີນວ່າຈະເຮັດແນວໃດ ເພື່ອບັນລຸການພັດທະນາແບບຍືນຍົງ ໂດຍອີງໃສ່ຊັບພະຍາກອນຂອງປະເທດຕົນ.” ທ່ານລຸຍສ ເດວກາໂດ ຜູ້ຊ່ຽວຊານເວເນຊູເອລາກໍກ່າວວ່າ: ໃນຫຼາຍປີມໍ່ໆມານີ້, ລັດຖະບານເວເນຊູເອລາພວມຖອດຖອນບົດຮຽນດ້ານການພັດທະນາຢ່າງມີຄຸນນະພາບສູງຂອງຈີນ. ໃນການຫຼຸດຜ່ອນຄວາມທຸກຍາກ ແລະ ການພັດທະນາແບບສີຂຽວ, ປະເທດອື່ນ ໂດຍສະເພາະແມ່ນປະເທດພວມພັດທະນາທັງຫຼາຍຄວນຖອດຖອນບົດຮຽນຂອງຈີນໃນການຫັນເປັນທັນສະໄໝແບບຈີນ.


ການຫັນເປັນທັນສະໄໝແບບຈີນ ໄດ້ທຳລາຍຄວາມຄິດດັ້ງເດີມທີ່ວ່າ “ການຫັນເປັນທັນສະໄໝເທົ່າກັບການພັດທະນາແບບຕາເວັນຕົກ”, ໄດ້ເປີດກວ້າງທິດທາງການພັດທະນາແຫ່ງການຫັນເປັນທັນສະໄໝ, ໄດ້ເປີດກວ້າງການເລືອກເຟັ້ນເສັ້ນທາງໃຫ້ແກ່ປະເທດພວມພັດທະນາໃນການກ້າວໄປສູ່ຄວາມທັນສະໄໝ ແລະ ໄດ້ສະໜອງແຜນການຂອງຈີນໃຫ້ແກ່ມວນມະນຸດ ໃນການຄົ້ນຄວ້າລະບອບສັງຄົມທີ່ດີກວ່າເກົ່າ.

ດັ່ງຄຳເວົ້າຂອງທ່ານປາຕຣີສ ຕາລອນກ່າວວ່າ: “ຈີນແມ່ນອະນາຄົດຂອງອາຟຣິກາ. ຄວາມເປັນເອກະລາດ, ເປັນເຈົ້າຕົນເອງ, ສູ້ຊົນຜ່ານຜ່າ ແລະ ການປົກຄອງທີ່ດີຕາມຮູບແບບຂອງຈີນ ລ້ວນແຕ່ໄດ້ກະຕຸກຊຸກຍູ້ທຸກປະເທດພວມພັດທະນາ.” ຂະບວນການສ້າງສາທັນສະໄໝແບບຈີນ ຈະເປັນການສ້າງແຮງບັນດານໃຈ ແລະ ເປັນບົດຮຽນທີ່ດີສຳລັບປະເທດຕ່າງໆໃນໂລກຢ່າງບໍ່ຢຸດຢັ້ງ ເຊັ່ນກັນ.