ແຜ່ນດິນໄຫວຄັ້ງຮ້າຍແຮງທີ່ເກີດຂຶ້ນໃນເດືອນກຸມພາຢູ່ຕູຣາເຄຍເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 48.000 ຄົນ

2023-03-15 14:42:52 cri

 

ວັນທີ 13 ມີນານີ້, ທ່ານສຸເລມານ ຊອຍລູ ລັດຖະມົນຕີກະຊວງພາຍໃນຕູຣາເຄຍກ່າວວ່າ: ແຜ່ນດິນໄຫວຄັ້ງຮ້າຍແຮງທີ່ເກີດຂຶ້ນຢູ່ພາກໃຕ້ຕູຣາເຄຍໃນວັນທີ 6 ກຸມພາຜ່ານມານີ້ໄດ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 48.448 ຄົນ, ລວມທັງຄົນຕ່າງປະເທດ 6.660 ຄົນ.

 

ທ່ານສຸເລມານຊອຍລູກ່າວໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນຢູ່ແຂວງຮາໄຕທາງພາກໃຕ້ຕູຣາເຄຍໃນມື້ດຽວກັນວ່າ: ວຽກງານເກັບມ້ຽນຊາກຫັກພັງຂອງອາຄານຢູ່ເຂດປະສົບໄພຍັງພວມດຳເນີນການຢູ່. ມາຮອດປັດຈຸບັນນີ້, ຢູ່ເຂດປະສົບໄພໄດ້ປຸກຕູບຜ້າເຕັນຫຼາຍກວ່າ 430.000 ຜືນເພື່ອຍົກຍ້າຍຜູ້ປະສົບໄພ, ແລະສ້າງຫ້ອງນ້ຳຊົ່ວຄາວປະມານ 13.800 ແຫ່ງ, ນອກນັ້ນຍັງມີແຜນການຈັດວາງຕູ້ຄອນເທນເນີປະມານ 115.600 ໜ່ວຍຕື່ມອີກເພື່ອໃຫ້ຜູ້ປະສົບໄພອາໄສຢູ່.