ໂຄສົກກະຊວງການຕ່າງປະເທດຈີນສະແດງຄວາມໄວ້ອາໄລຕໍ່ການເສຍຊີວິດຂອງທ່ານເຄັນຊາບູໂຣ ໂອອິ ນັກປະພັນທີ່ມີຊື່ສຽງຂອງຍີ່ປຸ່ນ

2023-03-15 11:25:41 cri


ວັນທີ 3 ມີນານີ້, ທ່ານເຄັນຊາບູໂຣ ໂອອິ ນັກປະພັນທີ່ມີຊື່ສຽງຂອງຍີ່ປຸ່ນທີ່ໄດ້ຮັບລາງວັນໂນເບວສາຂາວັນນະຄະດີ ໄດ້ເສຍຊີວິດ. ທ່ານເຄັນຊາບູໂຣ ໂອອິໄດ້ຄັດຄ້ານລັດທິການທະຫານ, ມີຈຸດປະສົງໃຫ້ໂລກມີສັນຕິພາບ ຕະຫຼອດຊີວິດ. ໃນເວລາຕອບຄຳຖາມຢູ່ກອງປະຊຸມຖະແຫຼງຂ່າວປະຈຳທີ່ຈັດຂຶ້ນໃນວັນທີ 14 ມີນານີ້, ທ່ານວ່າງເວີນປິ່ນ, ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ, ຈີນສະແດງຄວາມໄວ້ອາໄລຕໍ່ ການເສຍຊີວິດຂອງທ່ານເຄັນຊາບູໂຣ ໂອອິ ແລະສະແດງຄວາມຢື້ຢາມຖາມຂ່າວຕໍ່ຄອບຄົວຂອງທ່ານ.


ທ່ານວ່າງເວີນປິ່ນຊີ້ອອກວ່າ, ທ່ານ ເຄັນຊາບູໂຣ ໂອອິ ແມ່ນນັກປະພັນທີ່ມີຊື່ສຽງໂດງດັງໃນຂອບເຂດທົ່ວໂລກ, ຜົນງານຫຼາຍອັນຂອງທ່ານໄດ້ສະແດງໃຫ້ເຫັນເຖິງການສຳນຶກຕຶກຕອງຄືນໃໝ່ຕໍ່ສົງຄາມຮຸກຮານ, ການຮຽກຮ້ອງໃຫ້ຮັກສາປະຫວັດສາດຢ່າງພາວະວິໄສແລະການສະແຫວງຫາສັນຕິພາບຂອງມວນມະນຸດຈາກຜູ້ມີຄວາມເປັນທຳໃນສັງຄົມຍີ່ປຸ່ນ. ທ່ານເຄີຍມາຢ້ຽມຢາມຈີນຫຼາຍເທື່ອ, ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ມິດຕະພາບທີ່ເປັນມູນເຊື້ອແລະການແລກປ່ຽນວັດທະນະທຳລະຫວ່າງສອງປະເທດຈີນ-ຍີ່ປຸ່ນ.