ຈຳນວນຄະດີການກໍ່ອາຊະຍາກຳແບບແກ້ແຄ້ນທີ່ເກີດຂຶ້ນຢູ່ອາເມຣິກາໃນປີ 2021 ເພີ່ມຂຶ້ນ 11,6%

2023-03-15 10:43:18 CRI

 

ຕາມຂ່າວCRI: ວັນທີ 13 ມີນານີ້, ສຳນັກງານສືບສວນກາງຂອງອາເມຣິກາຫຼື FBI ໄດ້ເຜີຍແຜ່ຕົວເລກສະແດງໃຫ້ເຫັນວ່າ: ໃນປີ 2021 ຢູ່ອາເມຣິກາມີລາຍງານຄະດີກໍ່ອາຊະຍາກຳແບບແກ້ແຄ້ນ 9.065 ຄະດີ, ໄດ້ເພີ່ມຂຶ້ນ 11,6% ເມື່ອທຽບໃສ່ປີ 2020 ເຊິ່ງໄດ້ເກີດຄະດີກໍ່ອະຊະຍາກຳແບບແກ້ແຄ້ນ 8120 ຄະດີ.

 

ອີງຕາມຕົວເລກສະແດງໃຫ້ເຫັນວ່າ: ໃນຈຳນວນຜູ້ປະສົບເຄາະຮ້າຍຍ້ອນຄະດີກໍ່ອາຊະຍາກຳແບບແກ້ແຄ້ນ, ມີຈຳນວນ 64,5% ເປັນເປົ້າໝາຍຍ້ອນການຈຳແນກດ້ານເຊື້ອຊາດ, ຊົນເຜົ່າແລະເຊື້ອຊາດຜິວພັນຂອງຜູ້ກໍ່ອະຊະຍາກຳ, ມີຈຳນວນ 15,9% ແລະ 14,1% ເປັນເປົ້າໝາຍຍ້ອນການຈຳແນກການເລືອກເພດແລະສາສະໜາຂອງຜູ້ກໍ່ອາຊະຍາກຳ.