ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ຈີນສະແດງຄວາມເອົາໃຈໃສ່ເປັນຢ່າງສູງຕໍ່ການຊ້ອມຮົບຮ່ວມລະຫວ່າງທະຫານອາເມຣິກາ-ສເກົາຫຼີ

2023-03-15 15:54:01 cri


ວັນທີ 14 ມີນານີ້, ທ່ານວ່າງເວີນປິ່ນ, ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ, ຈີນສະແດງຄວາມເອົາໃຈໃສ່ເປັນຢ່າງສູງຕໍ່ການຊ້ອມຮົບຮ່ວມລະຫວ່າງອາເມຣິກາ-ສເກົາຫຼີ. ທ່ານກ່າວວ່າ, ສະຖານະການຢູ່ແຫຼມເກົາຫຼີໃນປັດຈຸບັນນີ້ແມ່ນສັບສົນແລະອ່ອນໄຫວທີ່ສຸດ, ຝ່າຍຕ່າງໆທີ່ກ່ຽວຂ້ອງຄວນຮັກສາຄວາມອົດກັ້ນໄວ້, ສ້າງເລື່ອງທີ່ມີຜົນດີຕໍ່ສັນຕິພາບແລະສະຖຽນລະພາບຢູ່ແຫຼມເກົາຫຼີໃຫ້ຫຼາຍກວ່າເກົ່າ.


ທ່ານວ່າງເວີນປິ່ນກ່າວວ່າ, ສະຖານະການແຫຼມເກົາຫຼີພັດທະນາຈົນຮອດປັດຈຸບັນນີ້, ສາເຫດແມ່ນຈະແຈ້ງຫຼາຍ, ນັ້ນກໍຄື: ຝ່າຍທີ່ກ່ຽວຂ້ອງບໍ່ມີການຕອບສະໜອງຕໍ່ ສປປ ເກົາຫຼີ ທີ່ໄດ້ປະຕິບັດມາດຕະການປອດນິວເຄລຍ, ກົງກັນຂ້າມ, ຍັງເພີ່ມທະວີແຮງກົດດັນແລະສ້າງການຂົ່ມຂູ່ຕໍ່ ສປປ ເກົາຫຼີຢ່າງບໍ່ຢຸດຢັ້ງ.


ທ່ານກ່າວຕື່ມອີກວ່າ: “ສະຖານະການຢູ່ແຫຼມເກົາຫຼີໃນປັດຈຸບັນນີ້ແມ່ນສັບສົນແລະອ່ອນໄຫວທີ່ສຸດ, ຝ່າຍຕ່າງໆທີ່ກ່ຽວຂ້ອງຄວນຮັກສາຄວາມອົດກັ້ນໄວ້, ສ້າງເລື່ອງທີ່ມີຜົນດີຕໍ່ສັນຕິພາບແລະສະຖຽນລະພາບຢູ່ແຫຼມເກົາຫຼີໃຫ້ຫຼາຍກວ່າເກົ່າ, ແຕ່ຫາກບໍ່ແມ່ນກ້າວເດີນໄປສູ່ທິດທາງທີ່ກົງກັນຂ້າມ.”