ໂຄສົກກະຊວງການຕ່າງປະເທດຈີນ: ຈີນຍິນດີພັດທະນາສາຍພົວພັນມິດຕະພາບ ແລະການຮ່ວມມືກັບປະເທດຕ່າງໆ ລວມທັງປະເທດຮົງດູຣັສ ບົນພື້ນຖານຫຼັກການປະເທດຈີນດຽວ

2023-03-16 15:10:12 cri

 

ວັນທີ 15 ມີນານີ້, ຕໍ່ກັນເລື່ອງທີ່ທ່ານນາງອີຣິສ ຊີໂອມາຣາ ກັສໂຕຣ ຊາມິເອນໂຕ ປະທານາທິບໍດີຮົງດູຣັສໄດ້ສະແດງຄວາມຍິນດີສ້າງຕັ້ງສາຍພົວພັນທາງການທູດກັບຈີນຢ່າງເປັນທາງການ, ທ່ານຫວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນກ່າວໃນກອງປະຊຸມຖະແຫຼງຂ່າວວ່າ: ຈີນສະແດງຄວາມຊົມເຊີຍຕໍ່ທ່າທີທີ່ກ່ຽວຂ້ອງຂອງຝ່າຍຮົງດູຣັສ.

 

ທ່ານຫວ່າງເວິນປິ່ນກ່າວຕື່ມວ່າ: ປັດຈຸບັນມີ 181 ປະເທດຢູ່ໃນໂລກໄດ້ສ້າງສາຍພົວພັນທາງການທູດກັບຈີນບົນພື້ນຖານຫຼັກການປະເທດຈີນດຽວ ໂດຍໄດ້ພິສູດໃຫ້ເຫັນແລ້ວວ່າ: ການສ້າງສາຍພົວພັນທາງການທູດກັບຈີນແມ່ນທາງເລືອກທີ່ຖືກຕ້ອງ ເຊິ່ງສອດຄ່ອງກັບທ່ວງທ່າພັດທະນາທາງປະຫວັດສາດ ແລະກະແສຄວາມກ້າວໜ້າຂອງຍຸກສະໄໝ. ຈີນຍິນດີ ພັດທະນາສາຍພົວພັນມິດຕະພາບ ແລະການຮ່ວມມືກັບປະເທດຕ່າງໆ ລວມທັງປະເທດຮົງດູຣັສ ບົນພື້ນຖານຫຼັກການປະເທດຈີນດຽວ.