ຄວາມຈິງໃຈ ແລະຄວາມລະອຽດອ່ອນ ແມ່ນສ່ວນໜຶ່ງຂອງເຄັດລັບໃນການຊຸກຍູ້ອາຣັບບີຊາອຸດິດ ແລະອີຣານຟື້ນຟູສາຍພົວພັນທາງການທູດ

2023-03-16 17:52:48 cri

ວັນທີ 10 ມີນານີ້, ອາຣັບບີຊາອຸດິດ ແລະອີຣານ ທີ່ເກີດການປະທະກັນມາເປັນເວລາຫຼາຍປີນັ້ນ ໄດ້ຟື້ນຟູສາຍພົວພັນທາງການທູດ ພາຍໃຕ້ການໄກ່ເກ່ຍຂອງຈີນ ພ້ອມທັງໄດ້ອອກຖະແຫຼງການຮ່ວມຈີນ-ອາຣັບບີຊາອຸດິດ-ອີຣານຢູນະຄອນຫຼວງປັກກິ່ງ. ເຫດການທີ່ມີຄວາມໝາຍຄັ້ງປະຫວັດສາດດັ່ງກ່າວ ໄດ້ສ້າງຄວາມຫວັງໃໝ່ໃຫ້ກັບການບັນລຸສັນຕິພາບຢູ່ພາກພື້ນຕາເວັນອອກກາງ.

ຕາເວັນອອກກາງແມ່ນໜຶ່ງໃນພາກພື້ນຕ່າງໆທີ່ສັບສົນທາງດ້ານການເມືອງພູມີພາກຫຼາຍທີ່ສຸດໃນໂລກມາໂດຍຕະຫຼອດ. ນັບແຕ່ສົງຄາມໂລກຄັ້ງທີ 2 ສິ້ນສຸດລົງຈົນຮອດປັດຈຸບັນ, ພາກພື້ນຕາເວັນອອກກາງໄດ້ຕົກຢູ່ໃນສະພາບວຸ້ນວາຍຍ້ອນສົງຄາມ. ອາຣັບບີຊາອຸດິດ ແລະອີຣານ ເປັນປະເທດທີ່ມີລັກສະນະຕົວແທນຢູ່ຕາເວັນອອກກາງ, ຄວາມຂັດແຍ້ງກັນລະຫວ່າງ 2 ປະເທດດັ່ງກ່າວສາມາດຖືເປັນພາບລວມຂອງສະຖານະການທີ່ສັບສົນຂອງພາກພື້ນຕາເວັນອອກກາງໄດ້ໃນລະດັບໃດໜຶ່ງ. ນອກນີ້, ອາເມຣິກາ ແລະປະເທດຕາເວັນຕົກຈຳນວນໜຶ່ງຍັງສືບຕໍ່ສ້າງຄວາມວຸ້ນວາຍຢູ່ຕາເວັນອອກກາງ, ສະນັ້ນ, ຕາມສາຍຕາຂອງວົງນອກແລ້ວ, ການບັນລຸການຫັນໜ້າເຂົ້າຫາກັນລະຫວ່າອາຣັບບີຊາອຸດິດ ກັບອີຣານ ເປັນໜ້າທີ່ທີ່ບໍ່ມີຄວາມອາດສາມາດຈະສຳເລັດໄດ້.

ຖ້າວິເຄາະຂະບວນການຟື້ນຟູສາຍພົວພັນທາງການທູດລະຫວ່າງອາຣັບບີຊາອຸດິດ ກັບອີຣານຢ່າງລະອຽດ ຈະສາມາດຄົ້ນພົບວ່າ: ນອກຈາກຄວາມຕ້ອງໃນຕົວການຂອງສອງປະເທດດັ່ງກ່າວໃນການສະແຫວງຫາສັນຕິພາບ ແລະການພັດທະນາແລ້ວ, ຄວາມຈິງໃຈ ແລະຄວາມລະອຽດອ່ອນທີ່ສະແດງໃຫ້ເຫັນໃນການເຈລະຈາສັນຕິພາບຢູ່ນະຄອນຫຼວງປັກກິ່ງ ກໍແມ່ນສ່ວນໜຶ່ງຂອງເຄັດລັບໃນການຊຸກຍູ້ອາຣັບບີຊາອຸດິດ ແລະອີຣານຟື້ນຟູສາຍພົວພັນທາງການທູດເຊັ່ນກັນ.

ກ່ອນອື່ນ, ກ່ອນອອກຖະແຫຼງການຮ່ວມສາມຝ່າຍດັ່ງກ່າວ, ສື່ມວນຊົນປະເທດຕາເວັນຕົກທີ່ອ້າງຕົນເອງວ່າສາມາໝົ້ນເຂົ້າທຸກຮູ ແຊກເຂົ້າທຸກປ່ອງໄດ້ນັ້ນ ພັດບໍ່ຮູ້ເລື່ອງນີ້ເລີຍ. ນີ້ກໍຍ້ອນວ່າອາຣັບບີຊາອຸດິດ, ອີຣານ ແລະຈີນຍິນດີຮ່ວມກັນຮັກສາຄວາມລັບ, ນີ້ໄດ້ສະແດງໃຫ້ເຫັນເຖິງຄວາມຈິງໃຈຂອງອາຣັບບີຊາອຸດິດ ແລະອີຣານໃນການປັດປ່າຍສິ່ງລົບກວນຈາກພາຍນອກ ເພື່ອບັນລຸສັນຕິພາບ. ການປະຕິບັດວຽກງານຮັກສາຄວາມລັບໃຫ້ດີ ສາມາດກີດກັ້ນການແຊກຊຶມຈາກສື່ມວນຊົນປະເທດຕາເວັນຕົກ, ນີ້ແມ່ນໜຶ່ງໃນເຄັດລັບທີ່ສາມາດປະສົບຜົນສຳເລັດຂອງການເຈລະຈາທີ່ປັກກິ່ງໃນຄັ້ງນີ້.

ສອງ, ເມື່ອສັງເກດເບິ່ງພາບວີດີໂອກ່ຽວກັບການເຈລະຈາໃນຄັ້ງນີ້ຈະພົບວ່າ: ການວາງໂຕະເຈລະຈາໄດ້ຖືກຈັດເປັນຮູບສາມແຈສະເໝີ, ນີ້ສະແດງວ່າ 3 ປະເທດທີ່ເຂົ້າຮ່ວມການເຈລະຈາແມ່ນມີສະຖານະພາບເທົ່າທຽມກັນ. ການໃຫ້ຄວາມສຳຄັນແກ່ຄວາມລະອຽດທາງພິທີການທູດ ໄດ້ຫຼີກເວັ້ນບໍ່ໃຫ້ຜູ້ຕາງໜ້າຂອງອາຣັບບີຊາອຸດິດ ແລະອີຣານເກີດມີແນວຄິດຊັ່ງຊາຕໍ່ກັນ, ນີ້ກໍແມ່ນໜຶ່ງໃນ ເຄັດລັບໃນການຊຸກຍູ້ອາຣັບບີຊາອຸດິດ ແລະອີຣານຟື້ນຟູສາຍພົວພັນທາງການ

ທູດເຊັ່ນກັນ.

ນອກນີ້, ເປັນເວລາດົນນານມາແລ້ວ ທີ່ຈີນໄດ້ປະຕິບັດວຽກງານຢ່າງຕັ້ງໜ້າ ເພື່ອບັນລຸສັນຕິພາບຢູ່ຕາເວັນອອກກາງ. ມາຮອດປັດຈຸບັນ, ຈີນໄດ້ຈັດເວທີເປິກສາຫາລືຄວາມໝັ້ນຄົງຕາເວັນອອກກາງ 2 ຄັ້ງ, ຮຽກຮ້ອງໃຫ້ “ສ້າງຂອບດ້ານຄວາມໝັ້ນຄົງຢູ່ຕາເວັນອອກກາງໃໝ່”, ແລະສະເໜີ “ຂໍ້ລິເລີ່ມ 5 ຂໍ້” ເພື່ອບັນລຸຄວາມໝັ້ນຄົງ ແລະສະຖຽນລະພາບຢູ່ຕາເວັນອອກກາງ. ຈີນຍັງໄດ້ແຕ່ງຕັ້ງທູດພິເສດບັນຫາຕາເວັນອອກກາງ ແລະທູດພິເສດບັນຫາຊີຣີ ພ້ອມທັງໄດ້ເຂົ້າຮ່ວມໜ້າທີ່ຮັກສາສັນຕິພາບຢູ່ຕາເວັນອອກກາງພາຍໃຕ້ຂອບຂອງອົງການສະຫະປະຊາຊາດ. ຄວາມຈິງໃຈຂອງຈີນ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ແລະການຍອມຮັບຈາກ ອາຣັບບີຊາອຸດິດ ແລະອີຣານ, ເປັນການປະຕິບັດຕົວຈິງເທື່ອໜຶ່ງທີ່ປະສົບຜົນສຳເລັດຂອງຂໍ້ລິເລີ່ມກ່ຽວກັບຄວາມໝັ້ນຄົງທົ່ວໂລກຂອງຈີນ.

ການຟື້ນຟູສາຍພົວພັນທາງການທູດທີ່ມີຄວາມໝາຍດ້ານປະຫວັດສາດລະຫວ່າງອາຣັບບີຊາອຸດິດ ກັບອີຣານ ເປັນການສະແດງໃຫ້ເຫັນເຖິງສະຕິປັນຍາດ້ານການເມືອງຂອງຈີນ ແລະໄດ້ສະແດງໃຫ້ໂລກທີ່ປັ່ນປ່ວນນັ້ນ ສາມາດໄດ້ເຫັນຄວາມຫວັງດ້ານສັນຕິພາບ. ເຊື່ອໝັ້ນວ່າ ພາຍໃຕ້ຄວາມພະຍາຍາມຂອງຝ່າຍຕ່າງໆ, ຕາເວັນອອກກາງທີ່ກຳລັງປະສົບຄວາມວຸ້ນວາຍຍ້ອນສົງຄາມນັ້ນ ຈະສາມາດຟື້ນຟູສັນຕິພາບໃນທີ່ສຸດ.