ພະຍຸເຂດຮ້ອນ “ເຟຣດີ” ເຮັດໃຫ້ມີຜູ້ເສຍຊີວິດ 220 ກວ່າຄົນຢູ່ 3 ປະເທດທາງພາກໃຕ້ທະວີບອາຟຣິກາ

2023-03-16 15:11:58 cri


ຫຼາຍມື້ມໍ່ໆມານີ້, ລົມພະຍຸເຂດຮ້ອນ “ເຟຣດີ”ໄດ້ພັດເຂົ້າມາລາວີ, ໂມຊຳບິກແລະມາດາກາສະກາຢ່າງຕໍ່ເນື່ອງ, ເຮັດໃຫ້ມີຝົນຕົກແລະລົມພັດແຮງ ພາໃຫ້ເກີດໄພທຳມະຊາດຕ່າງໆຕາມມາ, ເຊັ່ນ: ໄພນ້ຳຖ້ວມ, ດິນພູເຈື່ອນແລະອື່ນໆ, ພາໃຫ້ 3 ປະເທດດັ່ງກ່າວມີຜູ້ເສຍຊີວິດ 220 ກວ່າຄົນ ແລະຫຼາຍໝື່ນຄົນບໍ່ມີບ່ອນຢູ່ອາໄສ.


ອົງການອຸຕຸນິຍົມໂລກແຈ້ງໃຫ້ຮູ້ວ່າ, ວັນທີ 6 ກຸມພານີ້, ພະຍຸເຂດຮ້ອນທີ່ມີຊື່ວ່າ “ເຟຣດີ” ໄດ້ກໍ່ຕົວຂຶ້ນຢູ່ເຂດທະເລມະຫາສະໝຸດອິນເດຍທາງພາກຕາເວັນຕົກສຽງເໜືອຂອງອົສຕຣາລີ, ພັດຜ່ານມະຫາສະໝຸດອິນເດຍໄປທາງທິດຕາເວັນຕົກ, ແລ້ວຂຶ້ນຝັ່ງຢູ່ມາດາກາສະກາ, ໂມຊຳບິກແລະມາລາວີຕາມລຳດັບ.