ຈີນສະໜອງແຜນການ ແລະພະລັງຂອງຕົນ ເພື່ອຊຸກຍູ້ການພັດທະນາຄຸນນະພາບສູງໃນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”

2023-03-16 18:04:51 cri

ວັນທີ 15 ມີນານີ້, ທາງລົດໄຟຈີນ-ລາວຕອນຢູ່ປະເທດລາວໄດ້ເປີດນຳໃຊ້ລະບົບຂາຍປີ້ອອນລາຍ LCR Ticket ຢ່າງເປັນທາງການ ເຊິ່ງລະບົບຂາຍປີ້ດັ່ງກ່າວແມ່ນຄົ້ນຄວ້າ ແລະຜະລິດໂດຍກຸ່ມບໍລິສັດສະຖາບັນຄົ້ນຄວ້າວິທະຍາສາດທາງລົດໄຟຈີນຈຳກັດ ທີ່ຂຶ້ນກັບກຸ່ມບໍລິສັດທາງລົດໄຟແຫ່ງຊາດຈີນຈຳກັດ, ນີ້ເປັນຂີດໝາຍທີ່ສະແດງໃຫ້ເຫັນວ່າ: ທາງລົດໄຟຂອງລາວໄດ້ເຂົ້າສູ່ສະໄໝຂາຍປີ້ທາງອອນລາຍແລ້ວ.

ຕາມຂ່າວແຈ້ງວ່າ: ພາຍຫຼັງເປີດນຳໃຊ້ລະບົບຂາຍປີ້ອອນລາຍ LCR Ticket ຢ່າງເປັນທາງການແລ້ວ, ຜູ້ໂດຍສານສາມາດຊື້ປີ້ ແລະປ່ຽນຖ້ຽວລົດໄຟທາງອອນລາຍ ໂດຍບໍ່ຕ້ອງອອກເຮືອນ, ຈັດສັນເວລາການເດີນທາງຢ່າງສະດວກ ເຊິ່ງມີຄວາມໝາຍສຳຄັນຕໍ່ການຍົກສູງຄຸນນະພາບການບໍລິການການຂົນສົ່ງຜູ້ໂດຍສານຂອງທາງລົດໄຟຈີນ-ລາວ, ເຮັດໃຫ້ການອອກເດີນທາງຂອງຜູ້ໂດຍສານມີຄວາມສະດວກສະບາຍຫຼາຍຂຶ້ນກວ່າເກົ່າ ແລະຊຸກຍູ້ການພັດທະນາເສດຖະກິດການທ່ອງທ່ຽວຢູ່ລຽບຕາມທາງລົດໄຟຈີນ-ລາວ.

ປະຊາຊົນລາວມີຄວາມກະຕືລືລົ້ນເປັນຢ່າງຫຼາຍຕໍ່ລະບົບຂາຍປີ້ທາງອອນລາຍດັ່ງກ່າວ, ຊາວເນັດລາວຫຼາຍທ່ານໄດ້ໂພສຮູບທີ່ຕົນເອງຊື້ປີ້ເອເລັກໂຕຣນິກທາງອອນລາຍ. ທ່ານນາງ ພຸດທະລາ ອິນທະລັງສີ  ໄດ້ໃຫ້ຮູ້ວ່າ:  ຕົນໄດ້ຍິນຂ່າວວ່າ, ສາມາດຊື້ປີ້ລົດໄຟຜ່ານໂທລະສັບມືຖືໄດ້ແລ້ວ, ກໍເລີຍລອງຊື້ເບິ່ງ, ບໍ່ໄດ້ຄຶດວ່າຕົວເອງຈະເປັນຜູ້ທຳອິດ. ວິທິການລົງທະບຽນ ແລະຊື້ປີ້ທາງອອນລາຍແມ່ນສະດວກຫຼາຍ ເພາະວ່າກ່ອນທີ່ມີລະບົບນີ້ຕ້ອງໄປຊື້ປີຢູ່ສະຖານີ, ຄົນຫຼາຍໆ ກໍຕ້ອງຕໍ່ຄິວຍາວໆ, ພຽງແຕ່ໂຫລດແອັບນີ້ ແລະ ເຮັດຕາມຂັ້ນຕອນ, ບຶດດຽວກໍຊື້ປີ້ໄດ້ ແລະ ບໍ່ຕ້ອງກັງວົນເລື່ອງປີ້ລົດໄຟອີກແລ້ວ.

ໃນຖານະເປັນແບບຢ່າງທີ່ມີຊີວິດຊີວາໃນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ແລະຊົມໃຊ້ຜົນປະໂຫຍດຮ່ວມກັນ, ທາງລົດໄຟຈີນ-ລາວໄດ້ກາຍເປັນໂຄງການສັນຍະລັກໃນການສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ແລະສ້າງພະລັງຊຸກດັນໃໝ່ໃຫ້ກັບຄວາມຈະເລີນຮຸ່ງເຮືອງຂອງອາຊີປາຊີຟິກ ກໍຄືທົ່ວໂລກ. ຫວ່າງມໍ່ໆມານີ້, ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວໄດ້ເປັນປະທານຈັດກອງປະຊຸມເປິກສາຫາລື ແລະຊຸກຍູ້ວຽກງານທາງລົດໄຟຈີນ-ລາວ ໂດຍກ່າວວ່າ: ທາງລົດໄຟລາວ-ຈີນໄດ້ຊຸກຍູ້ການພັດທະນາຂອງປະເທດລາວ, ສ້າງຄວາມຜາສຸກໃຫ້ແກ່ປະຊາຊົນລາວ ແລະຮັບໃຊ້ການເຊື່ອມໂຍງເຊື່ອມຈອດກັນຂອງພາກພື້ນ, ຜົນປະໂຫຍດໂດຍລວມຢູ່ພາຍໃນປະເທດລາວ ແລະສາກົນນັບມື້ນັບພົ້ນເດັ່ນຂຶ້ນ.

ປີນີ້ແມ່ນຈີນສະເໜີຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ຄົບຮອບ 10 ປີ. 10 ປີມານີ້, ຂໍ້ລິເລີ່ມດັ່ງກ່າວໄດ້ດຶງດູດການລົງທຶນທີ່ມີມູນຄ່າເກືອບ 1.000 ຕື້ໂດລາ, ສ້າງໂຄງການຮ່ວມມື 3.000 ກວ່າໂຄງການ, ສ້າງວຽກເຮັດງານທຳໃຫ້ປະເທດເຫຼົ່ານີ້ 420.000 ຕຳແໜ່ງງານ ແລະເຮັດໃຫ້ປະຊາຊົນເກືອບ 40 ລ້ານຄົນຫຼຸດພົ້ນອອກຈາກຄວາມທຸກຍາກ. ເຊື່ອໝັ້ນວ່າ: ຄຽງຄູ່ກັບການຊຸກຍູ້ການຮ່ວມກັນສ້າງ  “ໜຶ່ງແລວໜຶ່ງເສັ້ນທາງ” ຢ່າງມີຄຸນນະພາບສູງ ແລະຕໍ່ເນື່ອງ, ຈະມີໂຄງການຮ່ວມມືທີ່ດີນັບມື້ນັບຫຼາຍກວ່າເກົ່າເພື່ອສ້າງຜົນປະໂຫຍດໃຫ້ແກ່ການພັດທະນາຕົວຈິງ ແລະສ້າງຜົນປະໂຫຍດໃຫ້ແກ່ຊີວິດການເປັນຢູ່ຂອງປະຊາຊົນ, ນຳເອົາໂອກາດໃໝ່ໃຫ້ແກ່ການພັດທະນາຮ່ວມກັນຂອງນານາປະເທດ.