ຈີນຍິງສົ່ງດາວທຽວ “ຊື້ຢ້ຽນ” ເລກ 19 ຢ່າງສຳເລັດຜົນ

2023-03-16 14:52:27 cri


ເວລາ 19 ໂມງ 41 ນາທີ ຂອງວັນທີ 15 ມີນານີ້, ຈີນໄດ້ຍິງສົ່ງດາວທຽມ “ຊື້ຢ້ຽນ” ເລກ 19 ດ້ວຍຈະຫຼວດຂົນສົ່ງ “ຊາງເຈີ່ງ” 11 ຂຶ້ນສູ່ອະວະກາດຢ່າງສຳເລັດຜົນ ຢູ່ສູນສົ່ງດາວທຽມຈິວຊວນ, ດາວທຽມໄດ້ເຂົ້າສູ່ວົງໂຄຈອນທີ່ກຳນົດໄວ້ຢ່າງສະດວກ, ໜ້າທີ່ຍິງສົ່ງໄດ້ຮັບຜົນສຳເລັດຢ່າງຈົບງາມ.


ດາວທຽມ “ຊື້ຢ້ຽນ” ເລກ 19 ຕົ້ນຕໍແມ່ນໃຊ້ສຳລັບການສຳຫຼວດກວດກາທີ່ດິນແຫ່ງຊາດ, ການວາງຜັງເມືອງ, ການປ້ອງກັນແລະຫຼຸດຜ່ອນໄພພິບັດ ແລະຂົງເຂດອື່ນໆ.