ທະຫານຈີນ ແລະກຳປູເຈຍຈະຈັດການຊ້ອມຮົບຮ່ວມພາຍໃຕ້ລະຫັດ “ມັງກອນຄຳປີ 2023”

2023-03-16 15:11:39 cri

 

ອີງຕາມຂ່າວສານຈາກວີແຊັດຂອງກະຊວງປ້ອງກັນປະເທດຈີນໄດ້ລະບຸວ່າ: ໂດຍຜ່ານການເປິກສາຫາລືກັນ, ຈີນ ແລະກຳປູເຈຍຕົກລົງເຫັນດີຈະຈັດການຊ້ອມຮົບຮ່ວມພາຍໃຕ້ລະຫັດ “ມັງກອນຄຳປີ 2023” ຢູ່ກຳປູເຈຍໃນທ້າຍເດືອນມີນາຫາຕົ້ນເດືອນເມສາປີນີ້, ຫົວຂໍ້ການຊ້ອມຮົບຮ່ວມຄັ້ງນີ້ແມ່ນ “ການປ້ອງກັນຄວາມສະຫງົບໃນກິດຈະກຳໃຫຍ່ ແລະການເຄື່ອນໄຫວຊ່ວຍເຫຼືອແບບມະນຸດສະທຳ”.