ທ່ານສີຈິ້ນຜິງ ເຂົ້າຮ່ວມກອງປະຊຸມສົນທະນາຂັ້ນສູງລະຫວ່າງພັກກອມມູນິດຈີນກັບພັກການເມືອງໂລກ ແລະກ່າວຄຳປາໄສ

2023-03-16 11:38:02 cri


ວັນທີ 15 ມີນານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດຈີນ ໄດ້ເຂົ້າຮ່ວມກອງປະຊຸມສົນທະນາຂັ້ນສູງລະຫວ່າງພັກກອມມູນິດຈີນກັບພັກການເມືອງໂລກ ທີ່ນະຄອນຫຼວງປັກກິ່ງ, ແລະກ່າວຄຳປາໄສທີ່ມີຫົວຂໍ້ວ່າ “ເກາະແຂນກັນເດີນໄປຕາມເສັ້ນທາງການຫັນເປັນທັນສະໄໝ”. ທ່ານກ່າວເນັ້ນວ່າ, ໂດຍປະເຊີນກັບຄຳຖາມຕ່າງໆກ່ຽວກັບການຫັນເປັນທັນສະໄໝ, ໃນຖານະເປັນກຳລັງສຳຄັນໃນການນຳພາແລະຊຸກຍູ້ຂະບວນການຫັນເປັນທັນສະໄໝ, ພັກການເມືອງມີຄວາມຮັບຜິດຊອບໃຫ້ຄຳຕອບຕໍ່ຄຳຖາມເຫຼົ່ານີ້. ພັກກອມມູນິດຈີນຖືຊາຕາກຳຂອງຕົນພົວພັນກັບຊາຕາກຳຂອງປະຊາຊົນບັນດາປະເທດຢ່າງແໜ້ນແຟ້ນມາໂດຍຕະຫຼອດ, ພະຍາຍາມສະໜອງໂອກາດໃໝ່ໃຫ້ແກ່ການພັດທະນາຂອງໂລກ ດ້ວຍຜົນສຳເລັດໃໝ໋ແຫ່ງຄວາມທັນສະໄໝແບບຈີນ, ອຳນວຍກຳລັງຊຸກຍູ້ອັນໃໝ່ໃຫ້ກັບການຊອກຄົ້ນເສັ້ນທາງການຫັນເປັນທັນສະໄໝຂອງມວນມະນຸດ, ເພື່ອປະກອບສ່ວນອັນໃໝ່ເຂົ້າໃນການປະດິດສ້າງໃໝ່ດ້ານທິດສະດີແລະພຶດຕິກຳໃນການຫັນເປັນທັນສະໄໝຂອງສັງຄົມມະນຸດ.



ກອງປະຊຸມສົນທະນາຂັ້ນສູງລະຫວ່າງພັກກອມມູນິດຈີນກັບພັກການເມືອງໂລກ ມີຫົວຂໍ້ວ່າ: “ເສັ້ນທາງການຫັນເປັນທັນສະໄໝ, ໜ້າທີ່ຮັບຜິດຊອບຂອງພັກການເມືອງ”, ມີຜູ້ນຳພັກການເມືອງແລະອົງການຈັດຕັ້ງການເມືອງ 500 ກວ່າທ່ານທີ່ມາຈາກ 150 ກວ່າປະເທດໄດ້ເຂົ້າຮ່ວມກອງປະຊຸມສົນທະນາດັ່ງກ່າວ.