ກອງທັບປົດປ່ອຍປະຊາຊົນຈີນເດັດດ່ຽວປົກປ້ອງອະທິປະໄຕແລະຜືນແຜ່ນດິນອັນຄົບຖ້ວນຂອງປະເທດ ບໍ່ຈົ່ງຊ່ອງຫວ່າງໃດໆໃຫ້ແກ່ການແບ່ງແຍກຂອງ “ໄຕ້ຫວັນເປັນເອກະລາດ”

2023-03-17 15:24:46 CRI

 

ຕາມຂ່າວCRI: ວັນທີ 16 ມີນານີ້, ທ່ານຖານເຄີ້ເຟີ່ຍ, ໂຄສົກກະຊວງປ້ອງກັນປະເທດຈີນໄດ້ຕອບຄຳຖາມຂອງນັກຂ່າວກ່ຽວກັບບັນຫາທີ່ກ່ຽວຂ້ອງກັບການທະຫານໃນໄລຍະນີ້ວ່າ: ມີນັກຂ່າວຖາມວ່າ, ຕາມການລາຍງານຂ່າວ: ຫວ່າງບໍ່ດົນມານີ້, ມີສະມາຊິກລັດຖະສະພາແລະເຈົ້າໜ້າທີ່ກະຊວງປ້ອງກັນປະເທດອາເມຣິກາເດີນທາງໄປເຂດໄຕ້ຫວັນຢູ່ເລື້ອຍໆ, ພ້ອມກັນນັ້ນອາເມຣິກາຍັງໄດ້ອະນຸມັດຂາຍອາວຸດໃຫ້ແກ່ໄຕ້ຫວັນຮອບໃໝ່, ເພີ່ມທະວີການຊ່ວຍເຫຼືອເຝິກອົບຮົມທາງການທະຫານໃຫ້ແກ່ໄຕ້ຫວັນ, ເຮັດໃຫ້ສະຖານະການຢູ່ຊ່ອງແຄບໄຕ້ຫວັນເຄັ່ງຕຶງຂຶ້ນ. ຜູ້ຮັບຜິດຊອບພາກສ່ວນປ້ອງກັນຂອງເຂດໄຕ້ຫວັນກ່າວວ່າ, ຍ້ອນສະຖານະການຢູ່ສອງຝັ່ງຊ່ອງແຄບໄຕ້ຫວັນເຄັ່ງຕຶງຂຶ້ນ, ໄຕ້ຫວັນຄວນລະວັງກອງທັບປົດປ່ອຍປະຊາຊົນຈີນຈະເຂົ້າໄປໃນເຂດໃກ້ກັບໄຕ້ຫວັນ. ຂໍຖາມທ່ານໂຄສົກວ່າມີຄວາມເຫັນເປັນແນວໃດຕໍ່ກັບເລື່ອງນີ້?

 

ທ່ານຖານເຄີ້ເຟີ່ຍກ່າວວ່າ, ໄຕ້ຫວັນແມ່ນໄຕ້ຫວັນຂອງຈີນ, ແມ່ນໄຕ້ຫວັນຂອງປະຊາຊົນຈີນທັງໝົດ. ປັດຈຸບັນນີ້, ສະຖານະການຢູ່ຊ່ອງແຄບໄຕ້ຫວັນມີຄວາມເຄັ່ງຕຶງຂຶ້ນຢ່າງຕໍ່ເນື່ອງ, ຕົ້ນສາຍປາຍເຫດແມ່ນຍ້ອນພັກມິນຈິ້ນແລະເຈົ້າໜ້າທີ່ໄຕ້ຫວັນໄດ້ສົມຮູ້ຮ່ວມຄິດກັບອິດທິກຳລັງພາຍນອກເພື່ອສະແຫວງຫາການເປັນ “ເອກະລາດ” ທ້າທາຍເກາະຜິດ, ແລະຊູຊີຢືນຢູ່ຝ່າຍກົງກັນຂ້າມກັບຜົນປະໂຫຍດພື້ນຖານຂອງປະຊາຊາດຈີນ. ທ່ານຖານເຄີ້ເຟີ່ຍກ່າວເນັ້ນວ່າ, ບັນຫາໄຕ້ຫວັນແມ່ນແກນກາງໃນຜົນປະໂຫຍດໃຈກາງຂອງຈີນ, ກອງທັບປົດປ່ອຍປະຊາຊົນຈີນເດັດດ່ຽວປົກປ້ອງອະທິປະໄຕແລະຜືນແຜ່ນດິນອັນຄົບຖ້ວນຂອງປະເທດ, ບໍ່ຈົ່ງຊ່ອງຫວ່າງໃດໆໃຫ້ແກ່ການເຄື່ອນໄຫວແບ່ງແຍກ “ໄຕ້ຫວັນເປັນເອກະລາດ” ທຸກຮູບແບບ.