ກອງທັບຈີນໄດ້ເດີນທາງເຂົ້າຮ່ວມການຊ້ອມຮົບຮ່ວມພາຍໃຕ້ລະຫັດ “ມັງກອນຄຳປີ 2023” ລະຫວ່າງທະຫານຈີນ ແລະກຳປູເຈຍ

2023-03-17 15:20:06 cri

 

ການຊ້ອມຮົບຮ່ວມພາຍໃຕ້ລະຫັດ “ມັງກອນຄຳປີ 2023” ລະຫວ່າງທະຫານຈີນ ແລະກຳປູເຈຍຈະດຳເນີນຂຶ້ນລະຫວ່າງວັນທີ 20 ມີນາຫາ 8 ເມສາໜ້ານີ້. ວັນທີ 15 ມີນານີ້, ກອງທັບຈີນໄດ້ຈັດພິທີສົ່ງກຳລັງທະຫານທີ່ຈະເຂົ້າຮ່ວມການຊ້ອມຮົບຮ່ວມຄັ້ງນີ້ຢູ່ທ່າເຮືອທະຫານເມືອງຈ້ານຈ່ຽງແຂວງກວາງຕຸ້ງ.

 

ການຊ້ອມຮົບຮ່ວມຄັ້ງນີ້ແມ່ນມາດຕະການຕົວຈິງເພື່ອຈັດຕັ້ງປະຕິບັດຄວາມເຫັນທີ່ເປັນເອກະພາບກັນຂອງຜູ້ນຳສອງປະເທດຈີນ-ກຳປູເຈຍກ່ຽວກັບການຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳຈີນ-ກຳປູເຈຍໃນຍຸກໃໝ່ ເຊິ່ງແບ່ງອອກເປັນ 3 ພາກສ່ວນ ຄື: ການຊ້ອມຮົບຮ່ວມຮັກສາຄວາມປອດໄພຂອງກິດຈະກຳໃຫຍ່, ວຽກງານມະນຸດສະທຳ ແລະການແລກປ່ຽນດ້ານວັດທະນະທຳ.

 

ພາລະກິດເທື່ອນີ້ແມ່ນການຊ້ອມຮົບຮ່ວມເທື່ອທີ 5 ພາຍໃຕ້ລະຫັດ “ມັງກອນຄຳ” ລະຫວ່າງຈີນ ແລະກຳປູເຈຍ, ທັງສອງຝ່າຍລວມມີທະຫານຫຼາຍກວ່າ 3.000 ຄົນເຂົ້າຮ່ວມ, ຈີນຈະນຳເອົາອຸປະກອນຫຼາຍກວ່າ 300 ຊຸດ ເຊັ່ນ: ລົດທີ່ມີຕີນ, ອາວຸດຍຸດໂທປະກອນ, ອຸປະກອນກູ້ລະເບີດ, ອຸປະກອນປ້ອງກັນພະຍາດ ແລະອື່ນໆໄດ້ເຂົ້າຮ່ວມການຊ້ອມຮົບຮ່ວມຄັ້ງນີ້.