ທ່ານສີຈິ້ນຜິງສະເໜີແນວຄວາມຄິດໃໝ່ກ່ຽວກັບການຫັນເປັນທັນສະໄໝຂອງສັງຄົມມະນຸດ ແລະ ຂໍ້ລິເລີ່ມຄວາມສິວິໄລຂອງໂລກ

2023-03-17 10:26:06 cri


ວັນທີ 15 ມີນາ 2023, ໃນກອງປະຊຸມສົນທະນາລະດັບສູງລະຫວ່າງພັກຄອມມູນິດຈີນກັບພັກການເມືອງໂລກ, ທ່ານສີຈິ້ນຜິງ ຜູ້ນຳສູງສຸດຂອງຈີນໄດ້ສະເໜີ ແນວຄວາມຄິດໃໝ່ກ່ຽວກັບການຫັນເປັນທັນສະໄໝຂອງສັງຄົມມະນຸດ ແລະ ຂໍ້ລິເລີ່ມຄວາມສິວິໄລຂອງໂລກ, ໂດຍທ່ານໄດ້ບັນຍາຍວ່າ ສັງຄົມມະນຸດຕ້ອງການການຫັນເປັນທັນສະໄໝແບບໃດ, ແລະ ຄວາມສິວິໄລຂອງໂລກຈະມີອະນາຄົດແບບໃດ.

 

ພວກເຮົາຕ້ອງການການຫັນເປັນທັນສະໄໝແບບໃດ?


ຈະແຕກແຍກເປັນສອງສົ້ນ ຫຼື ຮັ່ງມີຮ່ວມກັນ? ຈະຖືການພັດທະນາດ້ານວັດຖຸຢູ່ເໜືອສິ່ງອື່ນໃດ ຫຼື ຊຸກຍູ້ການພັດທະນາດ້ານວັດຖຸ ແລະຈິດໃຈຢ່າງປະສານສົມທົບກັນ? ຈະຂຸດຄົ້ນຊັບພະຍາກອນທຳມະຊາດຫຼາຍເກີນໄປ ຫຼື ໃຫ້ມະນຸດ ແລະ ທຳມະຊາດຢູ່ຮ່ວມກັນຢ່າງກົມກຽວ? ຈະຫຼິ້ນເກມຜົນລວມເປັນສູນ ຫຼື ຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ? ຈະລອກແບບຮູບແບບການພັດທະນາຂອງປະເທດອື່ນ ຫຼື ພັດທະນາເປັນເຈົ້າຕົນເອງ ໂດຍອີງຕາມສະພາບການຂອງປະເທດຕົນ?


ກ່ຽວກັບບັນຫາເຫຼົ່ານີ້, ທ່ານສີຈິ້ນຜິງໄດ້ສະເໜີຈຸດຢືນ 5 ຂໍ້ໃນກອງປະຊຸມສົນທະນາຄັ້ງນີ້, ຄື ລັກສະນະທີ່ຖືປະຊາຊົນເປັນຫຼັກໃນທິດທາງຫັນເປັນທັນສະໄໝ, ລັກສະນະຄວາມຫຼາກຫຼາຍຂອງເສັ້ນທາງ, ລັກສະນະຕໍ່ເນື່ອງຂອງຂະບວນການ, ລັກສະນະທີ່ສ້າງຜົນປະໂຫຍດທົ່ວໄປຂອງໝາກຜົນ, ລັກສະນະໜັກແໜ້ນຂອງການນຳພາ. ໃນນັ້ນ “ການຖືປະຊາຊົນເປັນໃຈກາງ” ແມ່ນແນວຄິດແກນສານກ່ຽວກັບການປົກຄອງບໍລິຫານປະເທດຂອງທ່ານສີຈິ້ນຜິງ, ຈຸດປະສົງຂອງການສ້າງປະເທດທັນສະໄໝແມ່ນເພື່ອໃຫ້ປະຊາຊົນມີຊີວິດການເປັນຢູ່ທີ່ດີງາມ. “ລັກສະນະທີ່ສ້າງຜົນປະໂຫຍດທົ່ວໄປຂອງໝາກຜົນ” ແມ່ນສ່ອງແສງເຖິງແນວຄິດທີ່ສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດຢ່າງເປັນຮູບປະທຳ, ໃນກອງປະຊຸມສົນທະນາຄັ້ງນີ້, ທ່ານສີຈິ້ນຜິງກ່າວວ່າ, ບໍ່ວ່າປະເທດໃດສະແຫວງຫາການຫັນເປັນທັນສະໄໝ, ກໍຄວນເດີນຕາມເສັ້ນທາງທີ່ຮ່ວມກັນສ້າງສາ ຮ່ວມກັນຊົມໃຊ້ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ. ປະເທດທີ່ພັດທະນາໄປກ່ອນຄວນຊ່ວຍເຫຼືອປະເທດອື່ນຢ່າງຈິງໃຈ. ການດັບໄຟຂອງຜູ້ອື່ນໃຫ້ມອດ, ຈະບໍ່ສາມາດເຮັດໃຫ້ຕົນເອງມີຄວາມແຈ້ງສະຫວ່າງຫຼາຍກວ່າເກົ່າ; ການຕັນທາງຜູ້ອື່ນ, ຈະບໍ່ສາມາດເຮັດໃຫ້ຕົນເອງກ້າວໄປໄດ້ໄກກວ່າເກົ່າ.



ໃນກອງປະຊຸມສົນທະນາຄັ້ງນີ້, ທ່ານສີຈິ້ນຜິງຍັງໄດ້ບັນຍາຍອີກເທື່ອໜຶ່ງຕໍ່ຄວາມທັນສະໄໝແບບຈີນ. ທ່ານກ່າວວ່າ, ຄວາມທັນສະໄໝແບບຈີນແມ່ນຄວາມທັນສະໄໝທີ່ມີຈຳນວນປະຊາກອນມະຫາສານ, ທົ່ວປວງຊົນຮັ່ງມີຮ່ວມກັນ, ຄວາມສິວິໄລດ້ານວັດຖຸ ແລະ ຈິດໃຈປະສານສົມທົບກັນ, ມະນຸດ ແລະ ທຳມະຊາດຢູ່ຮ່ວມກັນຢ່າງກົມກຽວ, ແລະເດີນຕາມເສັ້ນທາງພັດທະນາໂດຍສັນຕິ, ເຊິ່ງຢູ່ບົນພື້ນຖານແຫ່ງສະພາບຄວາມເປັນຈິງຂອງປະເທດຕົນ, ພ້ອມທັງຖອດຖອນບົດຮຽນຈາກປະເທດອື່ນ, ໄດ້ສືບທອດວັດທະນະທຳປະຫວັດສາດ ທັງໄດ້ເຊື່ອມໂຍງຄວາມສິວິໄລຂອງຍຸກປັດຈຸບັນ, ໄດ້ສ້າງຜົນປະໂຫຍດໃຫ້ກັບປະຊາຊົນຈີນ ທັງໄດ້ຊຸກຍູ້ການພັດທະນາຮ່ວມກັນຂອງໂລກອີກດ້ວຍ, ແມ່ນເສັ້ນທາງອັນກວ້າງຂວາງທີ່ສ້າງສາປະເທດໃຫ້ເຂັ້ມແຂງ ຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະຊາຊາດ, ແມ່ນເສັ້ນທາງທີ່ຕ້ອງຜ່ານໄປສຳລັບຈີນເພື່ອສະແຫວງຫາຄວາມກ້າວໜ້າຂອງມວນມະນຸດ ແລະ ຄວາມປອງດອງກົມກຽວຂອງໂລກ.


ຄວາມທັນສະໄໝແບບຈີນໄດ້ລວມສູນສ່ອງແສງໃຫ້ເຫັນເຖິງແນວຄິດການປົກຄອງບໍລິຫານປະເທດຂອງທ່ານສີຈິ້ນຜິງ.

 

ເນື້ອໃນ “ຂໍ້ລິເລີ່ມຄວາມສີວິໄລຂອງໂລກ” ມີຫຍັງແດ່?


ໃນກອງປະຊຸມສົນທະນາຄັ້ງນີ້, ທ່ານປະທານສີຈິ້ນຜິງໄດ້ສະເໜີ “ຂໍ້ລິເລີ່ມຄວາມສີວິໄລຂອງໂລກ” ເປັນຄັ້ງທຳອິດ. ນີ້ແມ່ນທັດສະນະສາທາລະນະສາກົນທີ່ທ່ານສະເໜີອອກອີກຄັ້ງໜຶ່ງພາຍຫຼັງໄດ້ສະເໜີ “ຂໍ້ລິເລີ່ມການພັດທະນາຂອງໂລກ” ໃນເດືອນກັນຍາປີ 2021 ແລະ “ຂໍ້ລິເລີ່ມຄວາມໝັ້ນຄົງຂອງໂລກ” ໃນເດືອນເມສາປີ 2022.


ເນື້ອໃນຕົ້ນຕໍ “ຂໍ້ລິເລີ່ມຄວາມສີວິໄລຂອງໂລກ” ດັ່ງກ່າວລວມມີ: ຮ່ວມກັນສົ່ງເສີມການເຄົາລົບຄວາມຫຼາກຫຼາຍສີສັນຂອງຄວາມສີວິໄລ, ຮ່ວມກັນສົ່ງເສີມການເສີມຂະຫຍາຍຄຸນຄ່າຮ່ວມຂອງມວນມະນຸດ, ຮ່ວມກັນສົ່ງເສີມການໃຫ້ຄວາມສຳຄັນຕໍ່ການສືບທອດແລະປະດິດສ້າງໃໝ່ຄວາມສີວິໄລ, ຮ່ວມກັນສົ່ງເສີມການເພີ່ມທະວີການແລກປ່ຽນແລະການຮ່ວມມືດ້ານວັດທະນະທຳສາກົນ.


ທ່ານສີຈິ້ນຜິງກ່າວວ່າ: ຄວາມສີວິໄລຕ່າງກັນທີ່ຢູ່ຮ່ວມກັນແບບກວມລວມ, ແລກປ່ຽນກັນແລະຖອດຖອນບົດຮຽນເຊິ່ງກັນແລະກັນ, ມີບົດບາດທີ່ເຂົ້າແທນກັນບໍ່ໄດ້ໃນການຊຸກຍູ້ຂະບວນການຫັນສັງຄົມມະນຸດເປັນທັນສະໄໝ ແລະສ້າງຄວາມຈະເລີນຮຸ່ງເຮືອງດ້ານຄວາມສີວິໄລຂອງໂລກ.


ນີ້ແມ່ນແນວຄິດທີ່ທ່ານສີຈິ້ນຜິງປະຕິບັດມາໂດຍຕະຫຼອດ. ເດືອນມີນາປີ 2014, ທ່ານສີຈິ້ນຜິງໄດ້ຢ້ຽມຢາມອົງການເພື່ອການສຶກສາ, ວິທະຍາສາດ ແລະວັດທະນະທຳແຫ່ງ ສປຊ ຫຼື UNESCO ໄດ້ກ່າວປາຖະກະຖາວ່າ: “ພວກເຮົາຄວນຊຸກຍູ້ໃຫ້ຄວາມສີວິໄລທີ່ຕ່າງກັນເຄົາລົບເຊິ່ງກັນແລະກັນ, ຢູ່ຮ່ວມກັນຢ່າງກົມກຽວ, ເພື່ອໃຫ້ການແລກປ່ຽນແລະການຖອດຖອນບົດຮຽນດ້ານຄວາມສີວິໄລ ກາຍເປັນຂົວຕໍ່ທີ່ເພີ່ມທະວີມິດຕະພາບຂອງປະຊາຊົນບັນດາປະເທດ, ເປັນແຮງຂັບເຄື່ອນທີ່ຊຸກຍູ້ຄວາມກ້າວໜ້າຂອງສັງຄົມ ແລະສາຍສຳພັນແຫ່ງການປົກປັກຮັກສາສັນຕິພາບໂລກ.”


ຄວາມສີວິໄລມີຄວາມຫຼາກຫຼາຍສີສັນຍ້ອນການແລກປ່ຽນກັນ, ຄວາມສີວິໄລມີຄວາມອຸດົມສົມບຸນຫຼາຍຂຶ້ນຍ້ອນການຖອດຖອນບົດຮຽນເຊິ່ນກັນແລະກັນ. ຄວາມທັນສະໄໝແບບຈີນແມ່ນຮູບແບບໃໝ່ດ້ານຄວາມສີວິໄລຂອງມວນມະນຸດ, ຄວາມທັນສະໄໝແບບຈີນກັບຄວາມສີວິໄລອື່ນໆຢູ່ໃນໂລກຈະຖອດຖອນບົດຮຽນເຊິ່ງກັນແລະກັນ ເຊິ່ງຈະເຮັດໃຫ້ຄວາມສີວິໄລຂອງໂລກມີຄວາມຮຸງເຮືອງເພີ່ມຂຶ້ນ ຫຼາຍກວ່າເກົ່າ.