ກອງທັບຈີນຕັ້ງໜ້າປະຕິບັດພາລະໜ້າທີ່ແລະພັນທະຂອງຕົນໃນສາກົນ ເດັດດ່ຽວປົກປັກຮັກສາສັນຕິພາບຂອງໂລກ

2023-03-17 15:05:05 cri



      ວັນທີ 16 ມີນານີ້, ທ່ານ ຖານເຄີ້ເຟີ່ຍ ໂຄສົກກະຊວງປ້ອງກັນປະເທດຈີນໄດ້ຕອບຄຳຖາມຂອງນັກຂ່າວກ່ຽວກັບຄຳເວົ້າຂອງກະຊວງປ້ອງກັນປະເທດອາເມຣິກາທີ່ແນໃສ່ຝ່າຍຈີນແກ້ໄຂບັນຫາກ່ຽວກັບສະພາບການພົບພໍ້ກັນລະຫວ່າງ ກອງທັບເຮືອແລະກອງທັບອາກາດຈີນກັບກອງທັບເຮືອແລະກອງທັບອາກາດຕ່າງປະເທດໃນຫວ່າງມໍ່ໆມານີ້.

      ທ່ານ ຖານເຄີ້ເຟີ່ຍ ກ່າວວ່າ: ກອງທັບຈີນແກ້ໄຂບັນຫາກ່ຽວກັບສະພາບການພົບພໍ້ກັນລະຫວ່າງກອງທັບເຮືອແລະກອງທັບອາກາດຈີນກັບກອງທັບເຮືອແລະກອງທັບອາກາດຕ່າງປະເທດຕາມກົດໝາຍແລະກົດລະບຽບທີ່ກ່ຽວຂ້ອງ, ເປັນກຳລັງທີ່ເດັດດ່ຽວໜຽວແໜ້ນໃນການປົກປັກຮັກສາສັນຕິພາບຂອງໂລກຢ່າງສະເໝີຕົ້ນສະເໝີປາຍ. ສິ່ງທີ່ຄວນເອົາໃຈໃສ່ແມ່ນ, ໃນດ້ານບັນຫາສັນຕິພາບແລະຄວາມໝັ້ນຄົງ, ອາເມຣິກາໄດ້ກໍ່ໄພຂົ່ມຂູ່,ການປິດລ້ອມແລະສົງຄາມຢູ່ແຫ່ງຕ່າງໆໃນທົ່ວໂລກຍ້ອນມີກຳລັງມະຫາອຳນາດທາງການທະຫານ,ໄດ້ປຸກປັ່ນການເປັນປໍລະປັກກັນແລະການຕໍ່ຕ້ານກັນ,ກາຍເປັນໄພຂົ່ມຂູ່ໃຫຍ່ທີ່ສຸດຕໍ່ສັນຕິພາບແລະສະຖຽນລະພາບຂອງພາກພື້ນແລະຂອງໂລກ. ພວກຂ້າພະເຈົ້າຮຽກຮ້ອງໃຫ້ອາເມຣິກາຍຸດຕິກ່າວຖ້ອຍຄວາມທີ່ບໍ່ມີຄວາມຮັບຜິດຊອບໃນທັນທີ,ຍຸດຕິການປ່າວຂ່າວແລະການໃສ່ຮ້າຍປ້າຍສີຕໍ່ກອງທັບຈີນ,ຍຸດຕິການຍຸແຍ່ການພົວພັນລະຫວ່າງບັນດາປະເທດຢູ່ໃນພາກພື້ນໂດຍສວຍໃຊ້ຄຳເວົ້າທີ່ວ່າ “ໄພຂົ່ມຂູ່ຈາກຈີນ”. ທ່ານ ຖານເຄີ້ເຟີ່ຍ ກ່າວຕື່ມວ່າ: ກອງທັບຈີນຍິນດີຮ່ວມກັບກອງທັບຂອງບັນດາປະເທດຢູ່ໃນໂລກ,ຈັດຕັ້ງປະຕິບັດຕາມຈຸດປະສົງແລະຫຼັກການໃນກົດບັດສະຫະປະຊາຊາດຢ່າງຈິງຈັງ,ປະຕິບັດພາລະໜ້າທີ່ແລະພັນທະຂອງຕົນໃນສາກົນຢ່າງຕັ້ງໜ້າ,ເພື່ອອຸທິດກຳລັງແຮງຂອງຕົນເຂົ້າໃນການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.