ຍີ່ປຸ່ນກັບ ສເກົາຫຼີ ຟື້ນຟູສາຍພົວພັນເປັນປົກກະຕິ ປະຊາຊົນທັງສອງປະເທດ ລັດຖະບານຖືເບົາຕໍ່ຜູ້ໄດ້ຮັບບາດເຈັບໃນປະຫວັດສາດ

2023-03-17 16:08:50 cri


ວັນທີ 16 ມີນານີ້, ທ່ານຟູມີໂອະ ຄີຊິດະ ນາຍົກລັດຖະມົນຕີຍີ່ປຸ່ນໄດ້ຈັດການເຈລະຈາກັບທ່ານຢຸນຊອກເຢວ ປະທານາທິບໍດີ ສເກົາຫຼີ ຢູ່ນະຄອນຫຼວງໂຕກຽວ. ສອງຝ່າຍຕົກລົງຟື້ນຟູສາຍພົວພັນລະຫວ່າງສອງປະເທດ ທີ່ໄດ້ຖືກຜົນກະທົບຈາກບັນຫາການເກນແຮງງານ ແບບບັງຄັບແລະບັນຫາປະຫວັດສາດອື່ນໆໃຫ້ເປັນແບບປົກກະຕິ. ການເຈລະຈາຄັ້ງນີ້ໄດ້ຖືກປະຊາຊົນຄັດຄ້ານຢູ່ທັງສອງປະເທດ, ໃນມື້ຈັດການເຈລະຈາ, ມີປະຊາຊົນຈຳນວນຫຼວງຫຼາຍປະທ້ວງລັດຖະບານສອງປະເທດຖືເບົາຕໍ່ຜູ້ໄດ້ຮັບບາດເຈັບໃນປະຫວັດສາດ ຢູ່ຕໍ່ໜ້າສຳນັກງານນາຍົກລັດຖະມົນຕີຍີ່ປຸ່ນ.



ນີ້ແມ່ນປະທານາທິບໍດີສເກົາຫຼີໄປຢ້ຽມຢາມຍີ່ປຸ່ນເປັນຄັ້ງທຳອິດໃນຮອບເກືອບ 4 ປີທີ່ຜ່ານມາ, ຕອນແລງວັນທີ 16 ມີນານີ້, ທ່ານ ຟູມີໂອະຄີຊິດະ ກັບທ່ານຢຸນຊອກເຢວ ໄດ້ຈັດການເຈລະຈາແລະພົບປະກັບນັກຂ່າວ ຢູ່ສຳນັກງານນາຍົກລັດຖະມົນຕີຍີ່ປຸ່ນ. ໃນການເຈລະຈາຄັ້ງນີ້, ຜູ້ນຳທັງສອງທ່ານໄດ້ບັນລຸຄວາມເຫັນທີ່ເປັນເອກະພາບກັນກ່ຽວກັບການຟື້ນຟູການພົບປະລະຫວ່າງປະມຸກລັດສອງປະເທດ, ການສົນທະນາດ້ານຄວາມໝັ້ນຄົງ ເສດຖະກິດຄືນໃໝ່ແລະອື່ນໆ.