ງານຕະຫຼາດນັດຊື້ຂາຍສິນຄ້າຂາເຂົ້າຂາອອກຈີນຄັ້ງທີ 133 ຈະຈັດຂຶ້ນຜ່ານທາງອອຟລາຍ

2023-03-17 15:20:58 cri

 

ວັນທີ 16 ມີນານີ້, ທ່ານນາງສູ້ເຈທີງ ໂຄສົກກະຊວງການຄ້າຈີນກ່າວວ່າ: ງານຕະຫຼາດນັດຊື້ຂາຍສິນຄ້າຂາເຂົ້າຂາອອກຈີນຄັ້ງທີ 133 ຈະແບ່ງອອກເປັນ 3 ໄລຍະຈັດຂຶ້ນຢູ່ນະຄອນກວາງໂຈ່ວແຂວງກວາງຕຸ້ງລະຫວ່າງວັນທີ 15 ເມສາຫາວັນທີ 5 ພຶດສະພາປີນີ້, ຈະຟື້ນຟູງານວາງສະແດງຜ່ານທາງອອຟລາຍຫຼືແບບເຊິ່ງໜ້າຢ່າງຮອບດ້ານ, ຂະນະດຽວກັນຈະດຳເນີນທຸລະກິດຜ່ານທາງອອນລາຍແບບປະຈຳ, ແລະສະໜອງການບໍລິການຜ່ານທາງອອນລາຍຕະຫຼອດມື້ໃຫ້ຜູ້ຄ້າຂາຍທີ່ຈະເຂົ້າຮ່ວມງານຄັ້ງນີ້.

 

ທ່ານນາງສູ້ແຈທີງໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວໃນມື້ດຽວກັນວ່າ: ຄຽງຄູ່ກັບການປັບປຸງນະໂຍບາຍປ້ອງກັນ ແລະຄວບຄຸມພະຍາດໂຄວິດ-19 ຂອງຈີນ, ວິສາຫະກິດຈີນ ແລະຕ່າງປະເທດໄດ້ມີເງື່ອນໄຂທີ່ຈະເຂົ້າຮ່ວມງານຕະຫຼາດນັດຊື້ຂາຍສິນຄ້າຜ່ານທາງອອຟລາຍ, ນັບແຕ່ໄດ້ຈັດງານຕະຫຼາດນັດຊື້ຂາຍສິນຄ້າໃນລະດູໃບໄມ້ປົ່ງຂອງຈີນເປັນຕົ້ນມາ, ງານຕະຫຼາດນັດຊື້ຂາຍສິນຄ້າຂາເຂົ້າຂາອອກຈີນຄັ້ງທີ 133 ຈະຟື້ນຟູການຈັດຂຶ້ນຜ່ານທາງອອຟລາຍຢ່າງຮອບດ້ານ.

 

ທ່ານນາງສູ້ແຈທີງກ່າວຕື່ມວ່າ: ຂະໜາດຂອງງານຄັ້ງນີ້ຈະສ້າງສະຖິຕິໃໝ່, ຄຸນນະພາບສິນຄ້າຈະຍົກສູງຂຶ້ນ ແລະຈະມີວິສາຫະກິດຈຳນວນຫຼາຍກວ່າເກົ່າໄດ້ຮັບຜົນປະໂຫຍດ. ຂະນະດຽວກັນຈະເພີ່ມແຮງດຶງດູດຜູ້ເກັບຊື້ທັງພາຍໃນ ແລະຕ່າງປະເທດຫຼາຍກວ່າເກົ່າເຂົ້າຮ່ວມ.