ການຮ່ວມມືລະຫວ່າງວິສາຫະກິດມາເລເຊຍ-ຈີນເປັນການຊ່ວຍເຫຼືອເຮັດໃຫ້ການຈໍລະຈອນສິນຄ້າຂ້າມຊາຍແດນມີປະສິດທິພາບສູງ

2023-03-17 15:23:56 CRI

 

ຕາມຂ່າວCRI: ວັນທີ 15 ມີນານີ້, ທ່ານອັນໂທນີ ລຸກຊຽວ ຟຸກ, ລັດຖະມົນຕີກະຊວງຄົມມະນາຄົມມາເລເຊຍກ່າວວ່າ, ວິສາຫະກິດຕ່າງໆຂອງມາເລເຊຍແລະຈີນດຳເນີນວຽກງານຂົນສົ່ງທາງທະເລແລະທາງລົດໄຟຮ່ວມຮ່ວມກັນ, ຈະຊ່ວຍຍົກສູງປະສິດທິພາບດ້ານການຈໍລະຈອນສິນຄ້າຂ້າມຊາຍແດນຂອງມາເລເຊຍຢ່າງແຂງແຮງ.

 

ທ່ານອັນໂທນີ ລຸກຊຽວ ຟຸກໄດ້ກ່າວຄວາມເວົ້າດັ່ງກ່າວໃນເວລາເຂົ້າຮ່ວມພິທີເປີດການຂົນສົ່ງທາງທະເລແລະທາງລົດໄຟຮ່ວມກັນເປັນຄັ້ງທຳອິດທັງເປັນພິທີລົງນາມສັນຍາການຮ່ວມມືທີ່ຈັດຂຶ້ນໂດຍບໍລິສັດການຂົນສົ່ງຄອນເທນເນີທາງທະເລໂຈ່ງຢວນ(ມາເລເຊຍ)ຈຳກັດແລະບໍລິສັດທາງລົດໄຟມາເລເຊຍຢູ່ນະຄອນຫຼວງກົວລາລຳເປີຂອງມາເລເຊຍໃນວັນທີ 15 ມີນານີ້. ທ່ານກ່າວຕື່ມວ່າ: ການຂົນສົ່ງທາງທະເລແລະທາງລົດໄຟຮ່ວມກັນລະຫວ່າງວິສາຫະກິດມາເລເຊຍແລະຈີນຈະນຳເອົາແຜນການການບໍລິການເປັນເອກະພົກກັນດ້ານການຂົນສົ່ງທາງທະເລແລະທາງບົກຢ່າງຮອບດ້ານ, ມີປະສິດທິພາບສູງແລະເຊື່ອໃຈໄດ້, ເຊິ່ງຈະເຮັດໃຫ້ຕົ້ນທຶນການຈໍລະຈອນສິນຄ້າຫຼຸດຜ່ອນລົງແລະປະຢັດເວລາການຂົນສົ່ງ.

 

ພາຍຫຼັງພິທີສິ້ນສຸດລົງ, ຂະບວນພິເສດການຂົນສົ່ງທາງທະເລແລະທາງລົດໄຟຮ່ວມກັນຂະບວນທຳອິດໄດ້ບັນທຸກຕູ້ຄອນເທນເນີເຕັມຈຳນວນອອກເດີນທາງໄປສູ່ປາດາງເບຊາຂອງນະຄອນເນເຊຣີເປີລິສ.