ກະຊວງການຕ່າງປະເທດຈີນຮຽກຮ້ອງໃຫ້ປະເທດທີ່ກ່ຽວຂ້ອງຍຸດຕິການເປີດກວ້າງຄວາມໝາຍ ແລະ ນຳໃຊ້ມະໂນພາບທີ່ວ່າ ຄວາມໝັ້ນຄົງແຫ່ງຊາດຢ່າງເກີນຂອບເຂດ

2023-03-18 10:24:52 CRI

 

ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໂດຍກະຊວງການຕ່າງປະເທດຈີນໃນວັນທີ 18 ມີນາ 2023, ມີນັກຂ່າວໄດ້ຕັ້ງຄຳຖາມກ່ຽວກັບນູແວນເຊລັງ ແລະ ອັງກິດປະກາດວ່າຈະຫ້າມບໍ່ໃຫ້ໃຊ້ TikTokໃນອຸປະກອນຂອງລັດ.

 

ກ່ຽວກັບເລື່ອງນີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນຊີ້ອອກວ່າ, ພວກເຮົາໄດ້ເອົາໃຈໃສ່ຕິດຕາມການລາຍງານຂ່າວທີ່ກ່ຽວຂ້ອງ. ຈີນມີຈຸດຢືນຕະຫຼອດມາວ່າ, ບັນຫາຄວາມໝັ້ນຄົງດ້ານຂໍ້ມູນ ບໍ່ຄວນກາຍເປັນເຄື່ອງມືທີ່ເປີດກວ້າງຄວາມໝາຍຂອງມະໂນພາບຄວາມໝັ້ນຄົງແຫ່ງຊາດໃຫ້ທົ່ວໄປ, ແລະ ກົດດັນວິສາຫະກິດຂອງປະເທດອື່ນຢ່າງບໍ່ມີເຫດຜົນ.

 

ທ່ານວ່າງເວີນປິ່ນກ່າວຕື່ມວ່າ, ພວກເຮົາຮຽກຮ້ອງໃຫ້ປະເທດທີ່ກ່ຽວຂ້ອງຈົ່ງປະຕິບັດຕາມກະຕິກາເສດຖະກິດຕະຫຼາດ ແລະ ຫຼັກການແຂ່ງຂັນຢ່າງຍຸຕິທຳຢ່າງແທ້ຈິງ, ຍຸດຕິການເປີດກວ້າງຄວາມໝາຍ ແລະ ນຳໃຊ້ມະໂນພາບທີ່ວ່າຄວາມໝັ້ນຄົງແຫ່ງຊາດຢ່າງເກີນຂອບເຂດ, ສ້າງສະພາບແວດລ້ອມດ້ານການດຳເນີນທຸລະກິດທີ່ມີຄວມມຍຸຕິທຳ ຄວາມໂປ່ງໃສ ແລະ ບໍ່ມີການຈຳແນກດູໝິ່ນໃຫ້ແກ່ວິສາຫະກິດບັນດາປະເທດ.