ກອງປະຊຸມສຳມະນາພາຍໃຕ້ຫົວຂໍ້ “ຄວາມທັນສະໄໝແບບຈີນ ແລະ ໂອກາດໃໝ່ຂອງໂລກ” ຈັດຂຶ້ນຢູ່ນະຄອນຫຼວງບາງກອກ

2023-03-18 15:49:30 CRI


    ວັນທີ 17 ມີນາ 2023, ກອງປະຊຸມສຳມະນາພາຍໃຕ້ຫົວຂໍ້ “ຄວາມທັນສະໄໝແບບຈີນ ແລະ ໂອກາດໃໝ່ຂອງໂລກ” ທີ່ວິທະຍຸໂທລະພາບສູນກາງຈີນ ຫຼື CMG ເປັນເຈົ້າພາບນັ້ນໄດ້ຈັດຂຶ້ນຢູ່ນະຄອນຫຼວງບາງກອກຂອງປະເທດໄທ. ບຸກຄົນສຳຄັນໃນວົງການການເມືອງ, ວົງການວິຊາການ, ວົງການສື່ມວນຊົນ ແລະ ວົງການທຸລະກິດທັງໝົດ 100 ກວ່າທ່ານໄດ້ເຂົ້າຮ່ວມ ກອງປະຊຸມສຳມະນາດັ່ງກ່າວ. ຜູ້ເຂົ້າຮ່ວມ ກອງປະຊຸມສຳມະນາກ່າວວ່າ, ຄວາມທັນສະໄໝແບບຈີນໄດ້ປະກອບສ່ວນເປັນແຜນການຂອງຈີນໃຫ້ແກ່ການພັດທະນາຂອງປະເທດໃນອາຊຽນ, ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຈີນ-ອາຊຽນຢ່າງແທ້ຈິງ; ຄວາມທັນສະໄໝແບບຈີນຈະອຳນວຍໂອກາດອັນໃໝ່ໃຫ້ກັບໂລກ, ແລະປະກອບສ່ວນອັນສຳຄັນເຂົ້າໃນສັນຕິພາບ ແລະ ການພັດທະນາຂອງໂລກ.