ອາເມຣິກາ ອັງກິດ ແລະອົດສະຕາລີສ້າງ “ສາຍພົວພັນຄູ່ຮ່ວມຄວາມໝັ້ນຄົງສາມຝ່າຍ” ຈະສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ສັນຕິພາບ ແລະຄວາມປອດໄພຂອງພາກພື້ນ ແລະໂລກ

2023-03-18 16:25:15 cri

 

ວັນທີ 17 ມີນານີ້, ທ່ານວ່າງເວິນປິ່ນ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ປະເທດອາເມຣິກາ, ອັງກິດ ແລະອົດສະຕາລີສ້າງ “ສາຍພົວພັນຄູ່ຮ່ວມຄວາມໝັ້ນຄົງສາມຝ່າຍ”, ຊຸກຍູ້ການຮ່ວມມືດ້ານເຕັກໂນໂລຊີການທະຫານທີ່ກ້າວໜ້າ ເຊັ່ນ: ກຳປັ່ນດຳນ້ຳນີວເຄລຍ ແລະອື່ນໆ ເຊິ່ງຈະ ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ສັນຕິພາບ ແລະຄວາມໝັ້ນຄົງຂອງພາກພື້ນ ແລະໂລກ.

 

ເມື່ອບໍ່ດົນມານີ້, ທ່ານເຊີເກ ລາຟລົຟ ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍກ່າວວ່າ: ທະມິດລວມມີອາເມຣິກາ ອັງກິດ ແລະອົດສະຕາລີຮ່ວມກັນສ້າງກຳປັ່ນດຳນ້ຳນີວເຄລຍເປັນການເປີດກວ້າງພື້ນຖານໂຄງລ່າງດ້ານການທະຫານຂອງອົງການສົນທິສັນຍາປ້ອງກັນອັດລັງຕິກເໜືອຫຼືນາໂຕໄປສູ່ອາຊີ ເຊິ່ງຈະເປັນການສ້າງສາເຫດໃຫ້ເກີດການປະທະກັນຢູ່ອາຊີ.

 

ວັນທີ 17 ມີນານີ້, ທ່ານວ່າງເວິນປິ່ນກ່າວໃນກອງປະຊຸມຖະແຫຼງຂ່າວວ່າ: “ສາຍພົວພັນຄູ່ຮ່ວມຄວາມໝັ້ນຄົງສາມຝ່າຍ” ລະຫວ່າງອາເມຣິກາ, ອັງກິດ ແລະອົກສະຕາລີຈະສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ລະບົບບໍ່ແຜ່ຂະຫຍາຍນີວເຄລຍ, ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ໂຄງປະກອບການຮ່ວມມືໃນພາກພື້ນທີ່ຖືອາຊຽນເປັນໃຈກາງ, ແລະສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ສັນຕິພາບ ແລະສະຖຽນລະພາບຂອງພາກພື້ນອາຊີປາຊີຟິກ.