ກຳປູເຈຍວາງສະແດງວັດຖຸບູຮານທີ່ກັບຄືນປະເທດ

2023-03-18 16:21:39 cri

 

ເມື່ອມໍ່ໆມານີ້, ມີວັດຖຸບູຮານງວດໜຶ່ງໃນໄລຍະລາຊະອານາຈັກອັງກໍໄດ້ກັບຄືນສູ່ປະເທດກຳປູເຈຍ. ວັນທີ 17 ມີນານີ້, ທ່ານຮຸນແຊນ ນາຍົກລັດຖະມົນຕີກຳປູເຈຍໄດ້ເຂົ້າຮ່ວມພິທີເປີດສາກຂອງງານວາງສະແດງວັດຖຸບູຮານງວດນີ້ ແລະຮຽກຮ້ອງໃຫ້ອົງການ ແລະບຸກຄົນຕ່າງປະເທດສົ່ງຄືນວັດຖຸບູຮານຂອງກຳປູເຈຍໃຫ້ຫຼາຍກວ່າເກົ່າ.

 

ວັນທີ 20 ກຸມພາຜ່ານມາ, ກະຊວງວັດທະນະທຳ ແລະສິລະປະກຳປູເຈຍໄດ້ຢືນຢັນວ່າ: ມີວັດຖຸບູຮານໃນໄລຍະລາຊະອານາຈັກອັງກໍ 77 ໜ່ວຍໄດ້ກັບຄືນສູ່ກຳປູເຈຍໃນວັນທີ 17 ເດືອນດຽວກັນ ເຊິ່ງລວມທັງມົງກຸດ, ສາຍຄໍ ແລະຜະລິດຕະພັນໂລຫະອື່ນໆ ໂດຍຈະວາງສະແດງຢູ່ຫໍພິພິທະພັນແຫ່ງຊາດກຳປູເຈຍ.

 

ວັນທີ 17 ມີນານີ້, ໃນພິທີເປີດສາກຂອງງານວາງສະແດງ, ທ່ານຮຸນແຊນໄດ້ຮຽກຮ້ອງໃຫ້ຫໍພິພິທະພັນ ອົງການທີ່ກ່ຽວຂ້ອງ ແລະນັກສະສົມຜົນງານສິລະປະຂະເໝນຢູ່ຕ່າງປະເທດ “ສືບຕໍ່ສະໝັກໃຈສົ່ງຄືນວັດຖຸບູຮານໃຫ້ກັບກຳປູເຈຍ”, “ວັດຖຸບູຮານຄວນສົ່ງຄືນໃຫ້ປະເທດທີ່ໄດ້ຜະລິດມັນ”.