ຈີນຕາງໜ້າ70ກວ່າປະເທດປະກອບຄຳຄິດເຫັນກ່ຽວກັບການຈັດຕັ້ງປະຕິບັດ“ຖະແຫຼງການສິດທິມະນຸດໂລກ”

2023-03-18 16:32:07 cri


ໃນວັນທີ17ມີນານີ້ຕາມເວລາທ້ອງຖິ່ນ,ໃນກອງປະຊຸມສະພາສິດທິມະນຸດອົງການສະຫະປະຊາຊາດຄັ້ງທີ52,ທ່ານເຊີນຊີ້ວ ຜູ້ຕາງໜ້າຖາວອນຈີນປະຈຳສຳນັກງານອົງການສະຫະປະຊາຊາດທີ່ເຊີແນວແລະອົງການຈັດຕັ້ງສາກົນອື່ນໆຢູ່ສະວີສ ໄດ້ຕາງໜ້າ 70 ກວ່າປະເທດປະກອບຄຳຄິດເຫັນຮ່ວມກ່ຽວກັບການປະກາດຖະແຫຼງການສິດທິມະນຸດໂລກຄົບຮອບ75ປີ ແລະສະເໜີຈຸດຢືນອັນຈະແຈ້ງກ່ຽວກັບການຈັດຕັ້ງປະຕິບັດຖະແຫຼງການດັ່ງກ່າວ.


ເພື່ອຈັດຕັ້ງປະຕິບັດຄຳຖະແຫຼງການສິດທິມະນຸດໂລກຕື່ມອີກ,ໃນການປະກອບຄຳເຫັນຮ່ວມໄດ້ສະເໜີຈຸດຢືນ4ຂໍ້ຢ່າງຈະແຈ້ງ,ຄື: ໜຶ່ງ,ຕ້ອງຊຸກຍູ້ຢ່າງຮອບດ້ານ. ສິດເສດຖະກິດ,ສິດສັງຄົມ,ສິດວັດທະນະທຳ,ສິດພັດທະນາແລະສິດການເມືອງຂອງປະຊາຊົນແມ່ນມີສ່ວນກ່ຽວຂ້ອງເຊິ່ງກັນແລະກັນແລະສຳຄັນເທົ່າທຽມກັນ,ຕ້ອງໃຫ້ຄວາມເອົາໃຈໃສ່ແລະຊຸກຍູ້ຢ່າງສະໝ່ຳສະເໝີກັນ,ຊຸກຍູ້ແລະບັນລຸການພັດທະນາຮອບດ້ານຂອງຄົນ. ສອງ,ຕ້ອງຖືໝາກຜົນເປັນທິດທາງ. ຕ້ອງຖືປະຊາຊົນເປັນແກນກາງໃນການຈັດຕັ້ງປະຕິບັດສິດພັດທະນາ,ຮ່ວມກັນຊຸກຍູ້ວາລະການພັດທະນາແບບຍືນຍົງໃນປີ2030ຂອງອົງການສະຫະປະຊາຊາດ,ບັນລຸການຟື້ນຟູໃຫ້ດີຫຼັງການແຜ່ລະບາດພະຍາດໂຄວິດ-19;ຕ້ອງເອົາໃຈໃສ່ຜົນກະທົບຂອງວິທະຍາສາດເຕັກໂນໂລຊີໃໝ່ທີ່ມີຕໍ່ສິດທິມະນຸດ, ຮັບປະກັນສິດຂອງກຸ່ມຄົນດ້ອຍໂອກາດ,ໂຈມຕີການດູໝີ່ນໃນທຸກຮູບແບບ,ກຳຈັດມາດຕະການບັງຄັບແຕ່ຝ່າຍດຽວ, ຍົກເລີກຄວາມບໍ່ສະເໝີພາບ; ຕ້ອງສົ່ງເສີມອົງການການເງີນສາກົນເສີມຂະຫຍາຍບົດບາດອັນຕັ້ງໜ້າໃນການສະໜັບສະໜູນປະເທດພວມພັດທະນາດຳເນີນການຊຸກຍູ້ແລະປົກປ້ອງສິດທິມະນຸດ.ສາມ,ຕ້ອງເຄົາລົບເຊິ່ງກັນແລະກັນ. ການຈັດຕັ້ງປະຕິບັດສິດທິມະນຸດແມ່ນມີຫຼາຍຮູບແບບ.ບັນດາປະເທດມີສະພາບຕົວຈິງຕ່າງກັນ,ປະຫວັດສາດວັດທະນະທຳ,ລະບອບສັງຄົມ,ລະດັບການພັດທະນາເສດຖະກິດສັງຄົມມີຄວາມແຕກຕ່າງກັນ,ຕ້ອງຍຶດໝັ້ນໃຫ້ລັກສະນະທົ່ວໄປຂອງສິດທິມະນຸດແລະສະພາບຕົວຈິງຂອງບັນດາປະເທດປະສານສົມທົບກັນ,ເຄົາລົບເສັ້ນທາງພັດທະນາສິດທິມະນຸດທີ່ບັນດາປະເທດເປັນເຈົ້າການເລືອກເອົາເອງ. ສີ່: ຕ້ອງສົນທະນາກັນແລະຮ່ວມມືກັນ. ໂດຍຜະເຊີນໜ້າກັບການເປັນປໍລະປັກກັນໃນຂົງເຂດສິດທິມະນຸດຮ້າຍແຮງຂຶ້ື້ນ,ບັນດາຝ່າຍຄວນຖືໂອກາດນີ້ເຕົ້າໂຮມຄວາມຮັບຮູ້ຄືກັນ,ສະສົມຄວາມໄວ້ເນື້ອເຊື່ອໃຈກັນ,ປະຖິ້ມການເປັນປໍລະປັກກັນແລະແບ່ງແຍກກັນ,ຫຼີກລ່ຽງບໍ່ໃຫ້ບັນຫາສິດທິມະນຸດກາຍເປັນບັນຫາການເມືອງແລະຖືກໃຊ້ເປັນເຄື່ອງມື,ຕ້ອງພ້ອມກັນຊຸກຍູ້ພາລະກິດປົກປ້ອງສິດທິມະນຸດທົ່ວໂລກ,ຕື່ມພະລັງແຮງໃໝ່ໃຫ້ແກ່ຖະແຫຼງການສິດທິມະນຸດໂລກ.