ອຸປະກອນລະບາຍນ້ຳປົນເປື້ອນນິວເຄຼຍລົງສູ່ທະເລຢູ່ໂຮງໄຟຟ້ານິວເຄຼຍຟຸຄຸຊິມະເລີ່ມປະຕິບັດງານ

2023-03-18 16:33:34 cri


ເວັບໄຊຂອງໂທລະພາບEXລາຍງານໃນວັນທີ18ມີນານີ້ວ່າ: ອຸປະກອນທີ່ກ່ຽວຂ້ອງສ່ວນໜຶ່ງເພື່ອລະບາຍນ້ຳປົນເປື້ອນນິວເຄຼຍລົງສູ່ທະເລຢູ່ໂຮງໄຟຟ້ານິວເຄຼຍແຫ່ງທີໜຶ່ງຂອງເມືອງຟຸຄຸຊິມະປແທດຍິ່ປຸ່ນນັ້ນ ໄດ້ຜ່ານການກວດກາຈາກຄະນະກຳມະການພະລັງງານປະລະມານູຍີ່ປຸ່ນໃນວັນທີ15 ທັງໄດ້ເລີ່ມປະຕິບັດງານແຕ່ວັນທີ17ມີນານີ້,ນີ້ແມ່ນອຸປະກອນທີ່ກ່ຽວຂ້ອງດັ່ງກ່າວເລີ່ມປະຕິບັດງານເປັນຄັ້ງທຳອິດ.


ອຸປະກອນດັ່ງກ່າວແມ່ນໃຊ້ເຂົ້າໃນການປັ້ນນ້ຳປົນເປື້ອນນິວເຄຼຍ ເພື່ອເຮັດໃຫ້ຄວາມເຂັ້ມຂຸ້ນຂອງສານກຳມັນຕະພາບລັງສີຢູ່ໃນນ້ຳສະໝ່ຳສະເໝີກັນ,ແລະຢັ່ງແທກວ່າ ສານກຳມັນຕະພາບລັງສີນອກຈາກທາດTritiumແລ້ວແມ່ນຕ່ຳກວ່າມາດຕະຖານຫຼືບໍ່. ຕໍ່ໄປຈະໃຊ້ເວລາສອງເດືອນເພື່ອຊຸກຍູ້ການຢັ່ງແທກນ້ຳປົນເປື້ອນນິວເຄຼຍ.