ຕາມຂ່າວCRI: ວັນທີ 17 ມີນານີ້, ຢູ່ທີ່ນະຄອນຫຼວງເຊີແນວຂອງສະວິສ, ທ່ານຢາງເຈີ້ງລົງ, ຊາວໜຸ່ມເຂດບໍລິຫານພິເສດຮົງກົງຈີນ, ກຳມະການສະມາຄົມອົງການສະຫະປະຊາຊາດຂອງຈີນໄດ້ກ່າວໃນກອງປະຊຸມຄັ້ງທີ 52 ຂອງສະພາສິດທິມະນຸດອົງການສະຫະປະຊາຊາດວ່າ: ມີຄວາມໝັ້ນໃຈຢ່າງເຕັມປ່ຽມຕໍ່ການພັດທະນາຢ່າງໝັ້ນທ່ຽງຍາວນານຂອງເຂດຮົງກົງ.
ທ່ານຢາງເຈີ້ງລົງກ່າວວ່າ: ຮົງກົງແມ່ນນະຄອນທີ່ມີລັກສະນະພິເສດແລະເຕັມໄປດ້ວຍພະລັງຊີວິດ, ນະໂຍບາຍ “ປະເທດດຽວສອງລະບອບ”ອະນຸຍາດໃຫ້ເຂດຮົງກົງສາມາດປົກຄອງຕົນເອງໃນລະດັບສູງໄດ້. ໃນຖານະເປັນພາກສ່ວນໜຶ່ງຂອງປະເທດຈີນ, ເຂດຮົງກົງກໍ່ແມ່ນຂົວຕໍ່ລະຫວ່າງປະເທດຕາເວັນຕົກແລະປະເທດຕາເວັນອອກ.
ທ່ານຢາງເຈີ້ງລົງກ່າວວ່າ: ການປະຕິບັດກົດໝາຍວ່າດ້ວຍການປົກປ້ອງຄວາມໝັ້ນຄົງແຫ່ງຊາດຂອງເຂດຮົງກົງ ສ.ປ ຈີນໄດ້ຮັບປະກັນສະຖຽນລະພາບແລະຄວາມໝັ້ນຄົງຂອງເຂດຮົງກົງ, ໄດ້ສ້າງສະພາບແວດລ້ອມອັນດີງາມໃຫ້ແກ່ການພັດທະນາດ້ານເສດຖະກິດຂອງເຂດຮົງກົງ. ມີຂ່າວລືວ່າມີບໍລິສັດຕ່າງປະເທດຫຼາຍແຫ່ງໄດ້ອອກຈາກເຂດຮົງກົງຍ້ອນກົດໝາຍວ່າດ້ວຍການປົກປ້ອງຄວາມໝັ້ນຄົງແຫ່ງຊາດຂອງເຂດຮົງກົງ, ນີ້ບໍ່ມີມູນຄວາມຈິງ.
ທ່ານຍັງກ່າວຕື່ມວ່າ: ຄວາມຈິງຄືແນວນີ້, ຮົງກົງຍັງພວມພັດທະນາຢ່າງມີຊີວິດຊີວາ. ຢູ່ບ່ອນນີ້, ຊາວໜຸ່ມສາມາດສະແຫວງຫາຄວາມຝັນຂອງຕົນຢ່າງອິດສະຫຼະ. ຮົງກົງແມ່ນປະຕູທີ່ໄປສູ່ເຂດອ່າວໃຫຍ່ກວາງຕຸ້ງຮົງກົງແລະມາກາວ, ແລະເປັນໜຶ່ງໃນບັນດາເຂດທີ່ເສດຖະກິດພັດທະນາໄວທີ່ສຸດໃນໂລກ.