ງານຕະຫຼາດນັດຊື້ຂາຍຜ່ານທາງເອເລັກໂຕຣນິກຂ້າມຊາດຈີນປີ 2023 ຈັດຂຶ້ນຢູ່ນະຄອນຟູໂຈ່ວຂອງຈີນ

2023-03-19 15:11:06 cri


ວັນທີ 18 ມີນານີ້, ງານຕະຫຼາດນັດຊື້ຂາຍຜ່ານທາງເອເລັກໂຕຣນິກຂ້າມຊາດຈີນປີ 2023 ໄດ້ຈັດຂຶ້ນຢູ່ນະຄອນຟູໂຈ່ວແຂວງຟູຈ້ຽນຂອງຈີນ. ງານຕະຫຼາດນັດຄັ້ງນີ້ ມີຫົວຂໍ້ວ່າ “ໃຫ້ທົ່ວໂລກຕິດຈອດກັນ ສ້າງສະພາບການໃໝ່ແຫ່ງການຊື້ຂາຍຜ່ານທາງເອເລັກໂຕຣນິກຮ່ວມກັນ”, ຮ່ວມກັນຫາລືການປະດິດສ້າງໃໝ່ຂອງຮູບແບບການຄ້າກັບຕ່າງປະເທດ, ຊ່ວຍສ້າງເວທີໃໝ່ແຫ່ງການພັດທະນາຂອງການຄ້າເອເລັກໂຕຣນິກຂ້າມຊາດ.