ປະຊາຊົນສ.ເກົາຫຼີໂຮມຊຸມນຸມຢ່າງຂະໜາດໃຫຍ່ເພື່ອປະທ້ວງຕໍ່ວຽກງານການທູດຂອງລັດຖະບານທີ່ອັບອາຍຂາຍໜ້າຕໍ່ຍີ່ປຸ່ນ

2023-03-19 16:59:03 CRI

 

   ໃນຫຼາຍມື້ຜ່ານມານີ້, ປະຊາຊົນ ສ.ເກົາຫຼີ ໄດ້ຈັດການໂຮມຊຸມນຸມປະທ້ວງຫຼາຍຮອບໂດຍປິິ່ນອ້ອມແຜນການຊົດເຊີຍຜູ້ຖືກບັງຄັບເກນໃຊ້ເປັນແຮງງານໂດຍຝ່າຍທີສາມທີ່ສະເໜີໂດຍລັດຖະບານ ສ. ເກົາຫຼີ ກໍຄືບັນຫາທີ່ທ່ານ ຢູນຊອກເຢວ ປະທານາທິບໍດີ ສ.ເກົາຫຼີ ຢ້ຽມຢາມຍີ່ປຸ່ນ. ວັນທີ 18 ມີນານີ້, ອົງການຈັດຕັ້ງປະຊາຊົນ 600 ກວ່າອົງການໄດ້ຈັດການໂຮມຊຸມນຸມຂະໜາດໃຫຍ່ຢູ່ໃຈກາງນະຄອນຫຼວງເຊອູນຂອງ ສ.ເກົາຫຼີ ເພື່ອກ່າວປະນາມແຜນການຊົດເຊີຍໂດຍຝ່າຍທີສາມທີ່ສະເໜີໂດຍລັດຖະບານກໍຄືວຽກງານການທູດທີ່ອັບອາຍຂາຍໜ້າຕໍ່ຍີ່ປຸ່ນຂອງລັດຖະບານຢູນຊອກເຢວ.


   ໃນໂອກາດນີ້, ມີຜູ້ຕາງໜ້າອົງການຈັດຕັ້ງປະຊາຊົນຫຼາຍຄົນຊີ້ອອກວ່າ: ລັດຖະບານໄດ້ເສຍສະຫຼະສິດແລະຜົນປະໂຫຍດຂອງຜູ້ຖືກບັງຄັບເກນໃຊ້ເປັນແຮງງານນັ້ນຈຶ່ງໄດ້ແລກເອົາໂອກາດການພົບປະກັນລະຫວ່າງປະມຸກລັດລະຫວ່າງສ.ເກົາຫຼີ-ຍີ່ປຸ່ນ. ໂດຍສະເພາະແມ່ນທ່ານ ຢູນຊອກເຢວ ໄດ້ກ່າວໃນເວລາພົບປະກັບທ່ານ ຟູມີໂອ ກີຊີດະ ນາຍົກລັດຖະມົນຕີຍີ່ປຸ່ນວ່າ, ຈະບໍ່ຮຽກຮ້ອງໃຫ້ຍີ່ປຸ່ນຊົດເຊີຍກ່ຽວກັບບັນຫາຜູ້ຖືກບັງຄັບເກນໃຊ້ເປັນແຮງງານ, ເຊິ່ງວຽກງານການທູດແບບຖ້ວຍບັນນາການກໍຄືແບບເສຍຊາດຂອງລັດຖະບານ ສ.ເກົາຫຼີ ເຮັດໃຫ້ຜູ້ຖືກບັງຄັບເກນໃຊ້ເປັນແຮງງານແລະປະຊາຊົນ ສ.ເກົາຫຼີຮູ້ສຶກອັບອາຍຂາຍໜ້າ.


   ພາຍຫຼັງການໂຮມຊຸມນຸມ, ກຸ່ມຄົນປະທ້ວງຍັງໄດ້ເດີນທາງຈາກສະໜາມຫຼວງເຊອູນແວ່ສະໜາມຫຼວງກວາງຮວາມຸນແລະມາຮອດສະຖານທູດຍີ່ປຸ່ນປະຈໍາ ສ.ເກົາຫຼີເພື່ອຈັດການປະທ້ວງ. ອົງການຈັດຕັ້ງປະຊາຊົນ 600 ກວ່າອົງການຍັງໄດ້ຕົກລົງວ່າ, ຈະສືບຕໍ່ຈັດການໂຮມຊຸມນຸມປະທ້ວງຂະໜາດໃຫຍ່ໃນວັນເສົາອາທິດໜ້າ.