ຕອບຄຳຖາມຂອງຍຸກສະໄໝ ເກາະແຂນກັນເດີນຕາມເສັ້ນທາງຮ່ວມຂອງໂລກ ທ່ານສີຈິ້ນຜິງສະເໜີຂໍ້ລິເລີ່ມທົ່ວໂລກອີກເທື່ອໜຶ່ງ

2023-03-19 15:08:03 cri

ພາຍຫຼັງຂໍ້ລິເລີ່ມການພັດທະນາທົ່ວໂລກທີ່ສະເໜີອອກໃນປີ 2021, ຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກທີ່ສະເໜີອອກໃນປີ 2022, ຫວ່າງມໍ່ໆນີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ສູນກາງພັກກອມມູນິດຈີນ, ປະທານປະເທດຈີນໄດ້ສະເໜີຂໍ້ລິເລີ່ມທົ່ວໂລກສະບັບທີ 3, ນັ້ນກໍ່ຄື: ຂໍ້ລິເລີ່ມອະລິຍະທຳທົ່ວໂລກ, ໃຫ້ຄຳຕອບຂອງຈີນສຳລັບຄຳຖາມຂອງຍຸກສະໄໝ.


ວັນທີ15ມີນານີ້, ໃນກອງປະຊຸມສົນທະນາຂັ້ນສູງລະຫວ່າງພັກ ກອມມູນິດຈີນກັບພັກການເມືອງຕ່າງໆໃນໂລກ, ທ່ານສີຈິ້ນຜິງໄດ້ສະເໜີຂໍ້ລິເລີ່ມອະລິຍະທຳທົ່ວໂລກ, ລິເລີ່ມໃຫ້ເຄົາລົບນັບຖືຄວາມຫຼາກຫຼາຍຂອງອະລິຍະທຳໂລກ, ລິເລີ່ມໃຫ້ສົ່ງເສີມຄ່ານິຍົມຮ່ວມກັນຂອງມວນມະນຸດ, ລິເລີ່ມໃຫ້ຄວາມສຳຄັນແກ່ການສືບທອດແລະການປະດິດສ້າງໃໝ່ດ້ານອະລິຍະທຳ, ລິເລີ່ມໃຫ້ເພີ່ມທະວີການແລກປ່ຽນແລະການຮ່ວມມືດ້ານວັດທະນະທຳສາກົນ.


ຈາກຂໍ້ລິເລີ່ມການພັດທະນາທົ່ວໂລກ, ຮອດຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກແລະຂໍ້ລິເລີ່ມອະລິຍະທຳທົ່ວໂລກ, ຄວາມເຫັນຕ່າງໆຂອງຈີນ ທີ່ສະເໜີອອກໂດຍຜູ້ນຳສູງສຸດຂອງຈີນເພື່ອຕອບຄຳຖາມຂອງຍຸກສະໄໝນັ້ນ, ໄດ້ພາໃຫ້ຝ່າຍຕ່າງໆເອົາໃຈໃສ່ໃນລະດັບສູງ.


ທ່ານສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີທັງເປັນລັດຖະມົນຕີກະຊວງການຕ່າງປະເທດລາວກ່າວວ່າ: “ແນວຄິດແກນກາງຂອງຂໍ້ລິເລີ່ມການພັດທະນາທົ່ວໂລກລວມທັງ ການຖືການພັດທະນາເປັນບູລິມະສິດ, ຖືປະຊາຊົນເປັນໃຈກາງ, ບໍ່ໃຫ້ປະເທດໃດໜຶ່ງຕົກແຖວ. ທັງໝົດເຫຼົ່ານີ້ລ້ວນແຕ່ສອດຄ່ອງກັບບັນຫາໃຈກາງທີ່ມວນມະນຸດປະເຊີນໜ້າໃນປັດຈຸບັນນີ້. ເປັນການຍຶດໝັ້ນລິເລີ່ມລັດທິຫຼາຍຝ່າຍ, ໃຫ້ສ້າງການພົວພັນຄູ່ຮ່ວມມືທົ່ວໂລກທີ່ຕິດແທດຕົວຈິງ, ໃຫ້ບັນລຸການພັດທະນາທີ່ແຂງແຮງກວ່າເກົ່າ, ສີຂຽວກວ່າເກົ່າ, ປອດໃສກວ່າເກົ່າ, ບັນລຸຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດຮ່ວມກັນ.”