ເປັນຫຍັງອາເມຣິກາຈຶ່ງຢ້ານກົວໂລກທີ່ມີຫຼາຍຂົ້ວ

2023-03-20 16:59:40 cri

ພາຍໃຕ້ການໄກ່ເກ່ຍຂອງປະເທດຈີນ, ອາຣັບບີຊາອຸດິດ ແລະ ອີຣານເຊິ່ງເປັນສອງປະເທດໃຫຍ່ຢູ່ເຂດຕາເວັນອອກກາງໄດ້ຟື້ນຟູສາຍພົວພັນທາງການທູດທີ່ມີຄວາມໝາຍປະຫວັດສາດຢູ່ນະຄອນຫຼວງປັກກິ່ງ ສປ ຈີນ. ປະຊາຄົມໂລກພາກັນສະແດງຄວາມຊົມເຊີຍຕໍ່ສອງປະເທດດັ່ງກ່າວທີ່ໄດ້ຟື້ນຟູສາຍພົວພັນທາງການທູດ, ແລະຍ້ອງຍໍປະເທດຈີນທີ່ໄດ້ເສີມຂະຫຍາຍບົດບາດຊຸກຍູ້ສັນຕິພາບ ແລະ ການເຈລະຈາ. ໄຊຊະນະແຫ່ງການເຈລະຈາ ແລະ ສັນຕິພາບ ເທື່ອນີ້, ເຮັດໃຫ້ຫຼາຍປະເທດໃນໂລກໄດ້ເຫັນວ່າ, ໂລກທີ່ມີຫຼາຍຂົ້ວກຳລັງຈະມາເຖິງ. ໃນຊຸມປີຜ່ານມາ, ຜູ້ນຳປະເທດ, ນັກວິຊາການ ແລະ ຜູ້ຊ່ຽວຊານຂອງບັນດາປະເທດຕ່າງໆນັບມື້ນັບຫຼາຍຂຶ້ນໄດ້ເປິກສາຫາລື, ໂດຍຖືເອົາຫົວຂໍ້ໂລກທີ່ມີຫຼາຍຂົ້ວເຂົ້າມາແທນສິດເປັນເຈົ້າອຳນາດຂົ້ວດຽວຂອງອາເມຣິກາ, ຈະມີຜົນດີຕໍ່ໂລກນີ້ຫຼາຍກວ່າຫຼືບໍ່?

ອາເມຣິກາໃນຖານະເປັນຜູ້ໄດ້ຮັບຜົນປະໂຫຍດຈາກລະບຽບໂລກຂົ້ວດຽວ, ຈະບໍ່ຍອມປ່ອຍສິດເປັນເຈົ້າອຳນາດຂອງຕົນຢ່າງແນ່ນອນ. ສະນັ້ນ, ພວກເຮົາຢາກຮູ້ຄວາມຢ້ານກົວຂອງອາເມຣິກາຕໍ່ໂລກທີ່ມີຫຼາຍຂົ້ວ, ພວກເຮົາຄວນຊອກຮູ້ປະຫວັດສາດ ແລະ ສະພາບການໃນປັດຈຸບັນຂອງອາເມຣິກາກ່ອນ.

ໃນດ້ານການເມືອງ, ອາເມຣິກາແຊກແຊງວຽກງານພາຍໃນຂອງປະເທດອື່ນເລື້ອຍໆ, ອາເມຣິກາໄດ້ປະຕິບັດ “ລັດທິມອນໂຣໃໝ່” ຢູ່ອາເມຣິກາລາຕິນໂດຍອ້າງ “ການເຜີຍແຜ່ປະຊາທິປະໄຕ”, ຍຸຍົງສົ່ງເສີມ “ການປະຕິວັດສີ” ຢູ່ປະເທດເອີຣົບ ແລະ ອາຊີ, ປຸກປັ່ນຄ້ນປະຕິວັດປະຊາທິປະໄຕໃນປະເທດອາຣັບຫຼື “ອາຣັບສະປຣິງ”, ເຊິ່ງສ້າງຄວາມວຸ້ນວາຍໃຫ້ແກ່ຫຼາຍປະເທດ.

ໃນດ້ານການທະຫານ, ປະຫວັດສາດຂອງອາເມຣິກາໄດ້ເຕັມໄປດ້ວຍຄວາມຮຸນແຮງ ແລະ ການຂະຫຍາຍອານາເຂດ ແລະ ອຳນາດ. ປຶ້ມ “ການຮຸກຮານຂອງອາເມຣິກາ: ພວກເຮົາເຮັດແນວໃດເພື່ອຮຸກຮານ ຫຼື ເຂົ້າແຊກແຊງເກືອບທຸກປະເທດໃນໂລກດ້ວຍກຳລັງອາວຸດ” ໄດ້ລະບຸວ່າ, ໃນ 190 ປະເທດທີ່ໄດ້ຮັບການຮັບຮອງຈາກອົງການສະຫະປະຊາຊາດ, ມີພຽງ 3 ປະເທດບໍ່ໄດ້ສູ້ຮົບກັບອາເມຣິກາຫຼືວ່າບໍ່ໄດ້ຖືກແຊກແຊງຈາກອາເມຣິກາ. 3 ປະເທດດັ່ງກ່າວສາມາດ “ພົ້ນຈາກຄວາມສ່ຽງດ້ານສົງຄາມ” ກໍຍ້ອນວ່າອາເມຣິກາບໍ່ພົບເຫັນປະເທດເຫຼົ່ານີ້ຢູ່ໃນແຜນທີ່ໂລກ.

ໃນດ້ານເສດຖະກິດ, ໃນໄລຍະ 3 ປີຜ່ານມາ, ພາຍໃຕ້ສະພາບການແພ່ລະບາດຂອງພະຍາດໂຄວິດ-19, ອາເມຣິກາໃຊ້ສິດເປັນເຈົ້າອຳນາດທາງການເງິນໂດຍທົ່ວທີບ, ໄດ້ເພີ່ມເງິນໂດລາຫຼາຍພັນຕື້ເຂົ້າໃນຕະຫຼາດໂລກ, ສົ່ງຜົນເຮັດໃຫ້ປະເທດພວມພັດທະນາຈຳນວນຫຼວງຫຼາຍເກີດໄພເງິນເຟີ້ຢ່າງໜັກໜ່ວງ, ເຮັດໃຫ້ເງິນຕາປະເທດຕ່າງໆອ່ອນຄ່າ ແລະ ເງິນທຶນໄຫຼອອກໄປຕ່າງປະເທດ. ອັນທີ່ເອີ້ນວ່າ “ສິດເປັນເຈົ້າອຳນາດດ້ານເງິນໂດລາ” ຄືຊິບໍ່ມີຫຍັງຫຼາຍກວ່ານີ້.

ໃນຂົງເຂດວິທະຍາສາດ ແລະ ເຕັກໂນໂລຊີ, ອາເມຣິກາໄດ້ເຮັດການຜູກຂາດ ແລະ ປິດລ້ອມທາງດ້ານເຕັກໂນໂລຊີ, ເພື່ອສະກັດກັ້ນການພັດທະນາດ້ານເຕັກໂນໂລຊີ ແລະ ເສດຖະກິດຂອງປະເທດອື່ນ. ຈາກການສ້າງກຸ້ມກ້ອນໃນວົງແຄບດ້ານວິທະຍາສາດ ແລະ ເຕັກໂນໂລຊີຕ່າງໆເຊັ່ນ: “ສະຫະພັນຊິບ” “ອະນາໄມເຄືອຂ່າຍອິນເຕີເນັດ” ແລະອື່ນໆ, ຈົນຮອດການສ້າງຂ່າວລືເພື່ອໂຈມຕີປະເທດອື່ນໂດຍຜ່ານການຄວບຄຸມສື່ມວນຊົນຕ່າງໆ ແລະຊວນເຊື່ອປະຊາຊົນ.

ໃນດ້ານວັດທະນະທຳ, ອາເມຣິກາໄດ້ເຜີຍແຜ່ຄ່ານິຍົມ ແລະ ວິຖີຊີວິດຂອງຕົນໂດຍຜ່ານຜະລິດຕະພັນຮູບເງົາ-ໂທລະພາບ, ປຶ້ມ, ສື່ປະເພດຕ່າງໆ ແລະ ການອຸດໜູນອົງການຈັດຕັ້ງວັດທະນະທຳທີ່ບໍ່ຫວັງຜົນກຳໄລ.

ມີຫຼາຍຄົນເຫັນວ່າ, ຊີວິດທີ່ຮັ່ງມີຂອງປະຊາຊົນອາເມຣິກາແມ່ນແລກມາດ້ວຍຄຸນຄ່າທາງຄວາມເສລີ ແລະ ປະຊາທິປະໄຕຂອງອາເມຣິກາ. ແຕ່ປະຫວັດສາດສາມາດຢືນຢັນໄດ້ວ່າ: ແຕ່ລະບາດກ້າວຂອງອາເມຣິກາທີ່ກ້າວໄປຂ້າງໜ້ານັ້ນ, ໃນເບື້ອງຫຼັງຂອງມັນລ້ວນແຕ່ຈະມີຮອຍຕີນທີ່ເຕັມໄປດ້ວຍເລືອດ. ອາເມຣິກາເປັນປະເທດຄືດັ່ງກ່າວນີ້, ຈະຍອມຮັບການພັດທະນາຂຶ້ນຂອງປະເທດອື່ນໄດ້ແນວໃດ? ແຕ່ວ່າ, ຄຽງຄູ່ກັບປະເທດທີ່ພັດທະນາໃໝ່ຂອງຫຼາຍປະເທດໃນໂລກພວມເຕີບໃຫຍ່ຂຶ້ນຢ່າງວ່ອງໄວໃນດ້ານການເມືອງ, ເສດຖະກິດ ແລະ ການທະຫານ, ຄວາມພະຍາຍາມຂອງອາເມຣິກາທີ່ຢາກສະກັດກັ້ນການມາເຖິງຂອງໂລກທີ່ມີຫຼາຍຂົ້ວ, ໃນສຸດທ້າຍລ້ວນແຕ່ຈະບໍ່ມີຜົນໂດຍຕາມຄວາມຫວັງຂອງເຂົາເອງ.