ທ່ານເຊເມົາ ເຮີສຂຽນບົດຄວາມອີກໂດຍລະບຸວ່າ:ກົກຮາກທີ່ “ນ໋ອດສະຕຣີມ” ຖືກລະເບີດ ຄື:ຕ້ອງປະຕິບັດຕາມກົດລະບຽບຂອງອາເມຣິກາ

2023-03-20 10:25:51 CRI

    ຫວ່າງມໍ່ໆມານີ້, ທ່ານເຊເມົາ ເຮີສ໌ ນັກຂ່າວອາເມຣິກາທີ່ເຄີຍຂຽນບົດຄວາມເປີດເຜີຍກ່ຽວກັບ ອາເມຣິກາວາງແຜນການລະເບີດທໍ່ສົ່ງແກັສ “ນ໋ອດສະຕຣີມ” ໃນເດືອນກຸມພາຜ່ານມານັ້ນໄດຂຽນບົດຄວາມຕື່ມອີກໂດຍຊີ້ອອກວ່າ: ກົກຮາກທີ່ “ນ໋ອດສະຕຣີມ”ຖືກລະເບີດກໍ່ຄືການກະທຳມາໂດຍຕະຫຼອດຂອງອາເມຣິກາທີ່ບັງຄັບໃຫ້ຜູ້ອື່ນຕ້ອງປະຕິບັດຕາມກົດລະບຽບຂອງຕົນ.



    ເນື້ອໃນບົດຄວາມຂອງທ່ານເຊເມົາ ເຮີສ໌ລະບຸວ່າ, ໃນຫຼາຍສິບປີຜ່ານມານີ້, ລັດຖະບານຊຸດຕ່າງໆຂອງອາເມຣິກາໄດ້ສະກັດກັ້ນບໍ່ໃຫ້ຣັດເຊຍສະໜອງພະລັງງານໃຫ້ແກ່ເອີຣົບໂດຍຜ່ານວິທີການຕ່າງໆ ເຊັ່ນ:ອອກຄຳສັ່ງຫ້າມ ແລະ ມາດຕະການລົງໂທດເປັນຕົ້ນ. ໃນເວລາທີ່ທ່ານໂຈ ໄບເດນຍັງເປັນຮອງປະທານາທິບໍດີອາເມຣິກາເມື່ອປີ 2014, ທ່ານກໄດ້ໍ່ເຕືອນໃຫ້ຣັດເຊຍຕ້ອງປະຕິບັດຕາມກົດລະບຽບຂອງອາເມຣິກາ. ສິ່ງນີ້ຈຶ່ງເປັນສາເຫດເກົ່າ່ທີ່ທໍ່ສ່ົງແກັສ “ນ໋ອດສະຕຣີມ” ຖືກລະເບີດ. ຫຼັງຈາກທ່ານໂຈ ໄບເດນຂຶ້ນຮັບຕຳແໜ່ງເປັນປະທານາທິບໍດີອາເມຣິກາແລ້ວ, ທ່ານບໄດ້ໍ່ເອົາຫົວຊານຳຜົນປະໂຫຍດຂອງປະເທດພັນທະມິດເອີຣົບ ອະນຸຍາດໃຫ້ທຳລາຍທໍ່ ສົ່ງແກັສ“ນ໋ອດສະຕຣີມ” ໃນປີກາຍນີ້. ທ່ານໂຈ ໄບເດນ ພ້ອມດ້ວຍຄະນະອາດຈະບໍ່ຍອມຮັບການກະທຳຂອງພວກເຂົາຕະຫຼອດໄປ.