
ເນື່ອງໃນໂອກາດທີ່ທ່ານ ສີຈິ້ນຜິງ ປະທານປະເທດຈີນຢ້ຽມຢາມຣັດເຊຍທາງລັດຖະກິດ, ລາຍການ “ສໍານວນເກົ່າທີ່ທ່ານ ສີຈິ້ນຜິງ ມັກ” ສະບັບພາສາຣັດເຊຍ ໄດ້ເລີ່ມອອກອາກາດຢູ່ສະຖານີໂທລະພາບສໍາຄັນຕ່າງໆຂອງຣັດເຊຍ. ວັນທີ 20 ມີນານີ້, ທ່ານ ເຊີ້ນໄຫຊົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຄອມມູນິດຈີນ, ຜູ້ອໍານວຍການໃຫຍ່ວິທະຍຸໂທລະພາບສູນກາງຈີນ, ທ່ານ ໂດໂບຣເດຟ ປະທານບໍລິສັດວິທະຍຸໂທລະພາບທົ່ວປະເທດຣັດເຊຍ ໄດ້ຮ່ວມກັນກົດປຸ່ມອອກອາກາດລາຍການດັ່ງກ່າວ ແລະກ່າວຄໍາປາໄສ. ທັງສອງທ່ານກ່າວວ່າ: ຈະເສີມຂະຫຍາຍບົດບາດຂອງສື່ມວນຊົນຫຼັກ, ຕອບສະໜອງຂໍ້ລິເລີ່ມອະລິຍະທໍາທົ່ວໂລກ, ສົ່ງເສີມການແລກປ່ຽນ ແລະຖອດຖອນບົດຮຽນລະຫວ່າງສອງປະເທດຈີນ-ຣັດເຊຍ, ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກໍາຂອງມວນມະນຸດ.

ລາຍການ “ສໍານວນເກົ່າທີ່ທ່ານສີຈິ້ນຜິງມັກ” ໄດ້ຕັ້ງໃຈຄັດເລືອກຕຳນານບູຮານ ແລະສຳນວນອຳມະຕະທີ່ທ່ານສີຈິ້ນຜິງໄດ້ເອົາມານຳໃຊ້ໃນບົດປາໄສ, ບົດຄວາມ ແລະການສົນທະນາທີ່ສຳຄັນຕ່າງໆ, ໂດຍໄດ້ປິ່ນອ້ອມຫົວຂໍ້“ເຮັດແທ້ທຳຈິງ” “ຈົງຮັກພັກດີ” “ຄວາມໜ້າເຊື່ອຖື” “ຮ່ວມກັນຊົມໃຊ້”ແລະ“ສີຂຽວ”ເປັນຕົ້ນ, ບັນຍາຍຄວາມໝາຍໃນຍຸກໃໝ່ ແລະຄ່ານິຍົມລັກສະນະທົ່ວໂລກທີ່ແອບແຝງຢູ່ໃນວັດທະນະທຳທີ່ເປັນມູນເຊື້ອຂອງຈີນ.
ທ່ານ ເຊີ້ນໄຫຊົງ ກ່າວເນັ້ນໜັກວ່າ: ປີນີ້ແມ່ນທ່ານ ສີຈິ້ນຜິງ ສະເໜີແນວຄວາມຄິດກ່ຽວກັບການສ້າງປະຊາຄົມຮ່ວມຊາຕາກໍາຂອງມວນມະນຸດຄົບຮອບ 10 ປີ, ທັງແມ່ນທ່ານ ສີຈິ້ນຜິງ ສະເໜີຂໍ້ລິເລີ່ມກ່ຽວກັບການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຄົບຮອບ 10 ປີ. ລາຍການ “ສໍານວນເກົ່າທີ່ທ່ານ ສີຈິ້ນຜິງ ມັກ” ສະບັບພາສາຣັດເຊຍ ອອກອາກາດຢູ່ຣັດເຊຍແມ່ນມີຄວາມໝາຍພິເສດ.