ອັດກອງປະຊຸມຫ້າຝ່າຍ ປາເລັສຕິນແລະອິສຣາແອນໃຫ້ຄຳໝັ້ນສັນຍາຈະໃຊ້ການກະທຳຕົວຈິງໃນທັນທີເພື່ອສິ້ນສຸດມາດຕະການພຽງແຕ່ຝ່າຍດຽວທັງໝົດ

2023-03-20 10:51:54 CRI

    ວັນທີ 19 ມີນານີ້, ພາຍໃຕ້ການສະໜັບສະໜູນຂອງເອຢິບ, ກອງປະຊຸມຫ້າຝ່າຍທມີບຸກຄົນທາງການເມືອງ ແລະ ຄວາມໝັ້ນຄົງຂອງເອຢິບ,ປາເລັສຕິນ, ອິສຣາແອນ, ຊອກດານີ ແລະ ອາເມຣິກາເຂົ້າຮ່ວມໄດ້ອັດລົງຢູ່ນະຄອນຊາມ ເອວ ຊິກຂອງເອຢິບ.


    ໂຄສົກກະຊວງການຕ່າງປະເທດເອຢິບກ່າວວ່າ, ກອງປະຊຸມເທື່ອນີ້ແມ່ນແນໃສ່ຊຸກຍູ້ໃຫ້ປາເລັສຕິນ ກັບ ອິສຣາແອນຍຸດຕິການກະທຳພຽງແຕ່ຝ່າຍດຽວ ແລະ ການປະທະກັນດ້ວຍກຳລັງຮຸນແຮງທັງໝົດ, ຜ່ອນຄາຍສະຖານະການເຄັ່ງຕຶງ ແລະ ຈັດການເຈລະຈາສັນຕິພາບຄືນໃໝ່ໂດຍໄວ.


    ໃນຖະແຫຼງການທີ່ປະກາດຫຼັງຈາກກອງປະຊຸມ, ປາເລັສຕິນ ແລະ ອິສຣາແອນໄດ້ໃຫ້ຄຳໝັ້ນສັນຍາວ່າຈະໃຊ້ການກະທຳຕົວຈິງເພື່ອສິ້ນສຸດມາດຕະການພຽງແຕ່ຝ່າຍດຽວທັງໝົດ ໂດຍມີອາຍຸການປະຕິບັດເປັນເວລາ 3 ຫາ 6 ເດືອນ. ສອງຝ່າຍເຫັນດີສ້າງກົນໄກໜຶ່ງຂຶ້ນມາເພື່ອແກ້ໄຂການກະທຳແບບຮຸນແຮງທີ່ອາດຈະເຮັດໃຫ້ສະຖານະການຊຸດໂຊມລົງຕື່ມອີກ.


     ຖະແຫຼງການຍັງລະບຸຕື່ມວ່າ: ຝ່າຍຕ່າງໆທີ່ເຂົ້າຮ່ວມກອງປະຊຸມໄດ້ສຸມໃສ່ຊຸກຍູ້ໃຫ້ຊາວອິສຣາແອນ ແລະ ຊາວປາເລັສຕິນໄດ້ຮັບຄວາມປອດໄພ, ມີຄວາມໝັ້ນຄົງ ແລະ ສັນຕິພາບ, ສະແຫວງຫາຄວາມໄວ້ເນື້ອເຊື່ອໃຈກັນ, ແກ້ໄຂບັນຫາທີ່ຍັງບໍ່ທັນໄດ້ແກ້ໄຂເຫຼົ່ານັ້ນຜ່ານການສົນທະນາໂດຍກົງ.