ກະຊວງການຕ່າງປະເທດຈີນປະກາດບົດລາຍງານກ່ຽວກັບ“ສະພາບປະຊາທິປະໄຕຂອງອາເມຣິກາປີ2022”

2023-03-20 11:46:52 CRI


    ວັນທີ 20 ມີນານີ້, ເວັບໄຊກະຊວງການຕ່າງປະເທດຈີນໄດ້ປະກາດບົດລາຍງານກ່ຽວກັບ “ສະພາບປະຊາທິປະໄຕຂອງອາເມຣິກາປີ 2022”, ໂດຍໄດ້ສະຫຼຸບ ແລະ ສະແດງໃຫ້ເຫັນສະພາບຕົວຈິງຂອງປະຊາທິປະໄຕອາເມຣິກາໃນປີທີ່ຜ່ານມາຜ່ານການໃຫ້ຂໍ້ມູນຄວາມຈິງ ແລະ ຄວາມເຫັນຂອງຊ່ຽວຊານດ້ານສື່ມວນຊົນຈຳນວນຫຼວງຫຼາຍ ເພື່ອເປີດເຜີຍປາກົດການຄວາມປັ່ນປ່ວນ ພ້ອມທັງຄວາມວຸ້ນວາຍ ແລະ ໄພພິບັດຍ້ອນອາເມຣິກາບັງຄັບໃຫ້ທົ່ວໂລກຮັບເອົາຮູບແບບປະຊາທິປະໄຕຂອງຕົນ.


    ບົດລາຍງານລະບຸວ່າ: ໃນປີ 2022, ອາເມຣິກາຕົກຢູ່ໃນສະພາບການໝູນວຽນໃນທາງຊຸດຮ້າຍທີ່ປະຊາທິປະໄຕຂອງຄົນຂາດຄວາມຈິງ, ການເມືອງຂາດຄວາມສາມາດ ແລະ ສັງຄົມຂາດຄວາມປອງດອງກັນຢ່າງຕໍ່ເນື່ອງ. ເຖິງວ່າປະເທດຕົນມີບັນຫາຈຳນວນຫຼວງຫຼາຍ, ແຕ່ອາເມຣິກາຍັງຢາກເປັນຄູສອນດ້ານປະຊາທິປະໄຕ, ເຮັດໃຫ້ປະຊາທິປະໄຕຫັນເປັນແບບການເມືອງ.


    ບົດລາຍງານຊີ້ອອກວ່າ, ປະຊາທິປະໄຕແມ່ນຄ່ານິຍົມຮ່ວມກັນຂອງທົ່ວມວນມະນຸດ, ແຕຢູ່່ໃນໂລກນີ້ບໍ່ມີຮູບແບບລະບອບການເມືອງທີ່ສອດຄ່ອງກັບປະເທດທັງໝົດ. ປະເທດໜຶ່ງມີປະຊາທິປະໄຕຫຼືບໍ່, ບັນລຸໃຫ້ມີປະຊາທິປະໄຕຄືແນວໃດແມ່ນດີກວ່າ ຄວນຕັດສິນດ້ວຍປະຊາຊົນຂອງປະເທດນັ້ນ ແຕ່ຫາກບໍ່ແມ່ນຊີ້ນຳໂດຍປະເທດຈຳນວນໜ້ອຍເຫຼົ່ານັ້ນ.