ທ່ານສີຈິ້ນຜິງ ໄດ້ເດີນທາງໄປຮອດນະຄອນຫຼວງມົສກູປະເທດຣັດເຊຍດ້ວຍເຮືອບິນພິເສດ

2023-03-20 18:33:38 CRI

 


    ຕອນແລງວັນທີ 20 ມີນານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເດີນທາງໄປຮອດນະຄອນຫຼວງມົສກູປະເທດຣັດເຊຍດ້ວຍເຮືອບິນພິເສດ. 

    ໂດຍຕອບສະໜອງຕາມຄໍາເຊີນຂອງທ່ານ ວາລະດີເມຍ  ປູຕິນ ປະທານາທິບໍດີຣັດເຊຍ,  ທ່ານສີຈິ້ນຜິງ ຈະຢ້ຽມຢາມຣັດເຊຍທາງລັດຖະກິດໃນລະຫວ່າງວັນທີ 20-22 ມີນານີ້.