ເຈົ້າໜ້າທີ່ຈີນ ແລະ ຟິລິບປິນຈະຈັດການຫາລືສອງຝ່າຍແບບເຊິ່ງໜ້າເປັນຄັ້ງທຳອິດນັບແຕ່ພະຍາດໂຄວິດ-19 ແຜ່ລະບາດເປັນຕົ້ນມາ

2023-03-21 10:41:09 CRI

     ວັນທີ 20 ມີນານີ້, ໃນກອງປະຊຸມຖະແຫຼງຂ່າວ, ທ່ານວ່າງເວີນປ່ິນ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ລະຫວ່າງວັນທີ 22 ຫາ 24 ມີນານີ້, ທ່ານຊຸ່ນເວີ້ຍຕົ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຈີນຈະເດີນທາງໄປຟິລິບປິີນເພື່ອຮ່ວມກັບທ່ານນາງເທເຣຊາ ລາຊາໂຣ ຮອງລັດຖະມົນຕີກະຊວງການຕ່າງປະເທດຟິລິບປິນ ຈັດການຫາລືການຕ່າງປະເທດຈີນ-ຟິລິບປິນຄັ້ງທີ 23  ແລະ ກອງປະຊຸມຄັ້ງທີ 7 ກ່ຽວກັບກົນໄກຫາລືສອງຝ່າຍໃນບັນຫາທະເລຈີນໃຕ້ລະຫວ່າງຈີນ ກັບ ຟິລິບປິນ. ນີ້ແມ່ນເຈົ້າໜ້າທີ່ຈີນ ແລະ ຟິລິບປິນຈັດການຫາລືສອງຝ່າຍແບບເຊິ່ງໜ້າເປັນຄັ້ງທຳອິດນັບແຕ່ພະຍາດໂຄວິດ-19ແຜ່ລະບາດເປັນຕົ້ນມາ.



     ທ່ານວ່າງເວີນປິ່ນແນະນຳໃຫ້ຮູ້ວ່າ: ສອງຝ່າຍຈະລົງເລິກແລກປ່ຽນຄວາມຄິດເຫັນຕໍ່ການແກ້ໄຂຂໍ້ຂັດແຍ້ງກ່ຽວກັບບັນຫາທະເລຈີນໃຕ້ຢ່າງເໝາະສົມ ແລະ ຊຸກຍູ້ການຮ່ວມມືທາງທະເລທີ່ຕິດແທດຕົວຈິງພ້ອມທັງແລກປ່ຽນຄວາມເຫັນກ່ຽວກັບບັນຫາສາກົນ ແລະ ພາກພື້ນທີ່ມີຄວາມສົນໃຈຮ່ວມກັນ. ພວກຂ້າພະເຈົ້າມີຄວາມຫວັງ ແລະ ເຊື່ອໝັ້ນວ່າ ໂດຍຜ່ານການຫາລືເທື່ອນີ້, ສອງຝ່າຍຈະເພີ່ມທະວີຄວາມເຂົ້າໃຈກັນ ຄວາມໄວ້ເນື້ອເຊື່ອໃຈກັນ ແລະ ການແລກປ່ຽນການປະສານງານກັນຢ່າງໃກ້ຊິດຕື່ມອີກ, ພ້ອມກັນສຸມໃສ່ເຮັດໃຫ້ການພົວພັນຈີນ-ຟິລິບປິນໃນຕໍ່ໜ້າຂະຫຍາຍຕົວຢ່າງປອດໃສ ແລະ ໝັ້ນທ່ຽງ.