ຈີນຮຽກຮ້ອງໃຫ້ອາເມຣິກາ ແລະ ປະເທດຕາເວັນຕົກອື່ນໆຍົກເລີກການລົງໂທດພຽງແຕ່ຝ່າຍດຽວໃນທັນທີ

2023-03-21 11:45:24 CRI

    ວັນທີ 20 ມີນານີ້, ໃນເວລາຕອບຄຳຖາມກ່ຽວກັບມາດຕະການແບບບັງຄັບພຽງແຕ່ຝ່າຍດຽວຂອງບາງປະເທດໃນກອງປະຊຸມຖະແຫຼງຂ່າວ, ທ່ານວ່າງເວີນປິນ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ, ຈີນຮຽກຮ້ອງໃຫ້ອາເມຣິກາ ແລະ ປະເທດຕາເວັນຕົກອື່ນໆປະຕິບັດຕາມສຽງຮຽກຮ້ອງອັນຊອບທຳຂອງປະຊາຄົມໂລກດ້ວຍທ່າທີອັນຖືກຕ້ອງ, ຍົກເລີກການລົງໂທດພຽງແຕ່ຝ່າຍດຽວໃນທັນທີ, ເຄົາລົບສິດທິມະນຸດຂອງປະເທດອື່ນໆ ແລະ ເຄົາລົບການປົກຄອງດ້ວຍກົດໝາຍສາກົນ.


 

    ທ່ານວ່າງເວີນປິ່ນຊີ້ອອກວ່າ, ປະເທດຕາເວັນຕົກ ເຊັ່ນ:ອາເມຣິກາເປັນຕົ້ນຖືຕົນເອງເປັນ “ຫໍແສງສະຫວ່າງດ້ານສິດທິມະນຸດ”, ແຕ່ຊ້ຳພັດຖືສິດທິມະນຸດເປັນຂໍ້ອ້າງປະຕິບັດການລົງໂທດພຽງແຕ່ຝ່າຍດຽວຢູ່ທົ່ວໂລກ, ລ່ວງລະເມີດສິດທິມະນຸດຂອງປະເທດອື່ນໆຢ່າງຮ້າຍແຮງ. ມາດຕະການລົງໂທດທີ່ກ່ຽວຂ້ອງໄດ້ຂັດຂວາງການຮ່ວມມືທາງເສດຖະກິດການຄ້າ ແລະ ເຕັກນິກວິທະຍາສາດສາກົນ, ສ້າງໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງດ້ານທັນຍາຫານ, ພະລັງງານ ແລະ ການເງິນຂອງໂລກຢ່າງຮ້າຍແຮງ, ສ້າງຄວາມຫຍຸ້ງຍາກອັນໜັກໜ່ວງຕໍ່ການພັດທະນາເສດຖະກິດສັງຄົມ ແລະ ຊີວິດການເປັນຢູ່ຂອງປະຊາຊົນຢູ່ປະເທດທີ່ຖືກລົງໂທດ, ຈົນກະທັ້ງເຮັດໃຫ້ເກີດວິກິດການມະນຸດສະທຳ.