ຜູ້ທີ່ຕ້ອງສຳຫຼວດຕົນເອງຄືນຄວນແມ່ນຜູ້ທີ່ກໍ່ສົງຄາມ!

2023-03-21 16:33:33 cri

ວັນທີ 20 ມີນານີ້ແມ່ນວັນທີ່ອາເມຣິກາເຂົ້າຮຸກຮານອີຣັກຄົບຮອບ 20 ປີ. ທ່ານນາງຮວ້າຊູນຢີງ ໂຄສົກກະຊວງການຕ່າງປະເທດຈີນໄດ້ລົງບົດຄວາມໃນ Twitter ວ່າ: ຜ່ານການສຳຫຼວດຄວາມຈິງ ແລະການສົມທຽບຂໍ້ມູນຕ່າງໆ ໄດ້ສະຫຼຸບຄວາມແຕກຕ່າງອັນຊັດເຈນຢ່າງໜຶ່ງລະຫວ່າງຈີນກັບອາເມຣິກາ ຄື: ອາເມຣິກາໄດ້ຫຼົງໄຫຼຢູ່ກັບການກໍ່ສ້າງດ້ານການທະຫານ, ສົງຄາມ ແລະກໍ່ວິນາດສະກຳ ຢ່າງສະເໝີຕົ້ນສະເໝີປາຍ, ແຕ່ຈີນໄດ້ຍຶດໝັ້ນການສົນທະນາ, ສັນຕິພາບ ແລະການກໍ່ສ້າງມາໂດຍຕະຫຼອດ.

ໃນປີ 2003, ທ່ານຈອສ ວອນເກີ ບູສ ປະທານາທິບໍດີອາເມຣິກາໃນເວລານັ້ນ ໄດ້ປະກາດປະຕິບັດການໂຈມຕີທາງການທະຫານຕໍ່ອີຣັກ ໂດຍອ້າງວ່າອີຣັກມີອາວຸດທີ່ມີແສນຍານຸພາບລ້າງຜານສູງໄວ້ໃນຄອບຄອງ. ແຕ່ວ່າຫຼັງຈາກການໂຈມຕີສິ້ນສຸດລົງແລ້ວ, ຜ່ານການຄົ້ນຫາໃນທົ່ວປະເທດອີຣັກ, ກໍບໍ່ໄດ້ຄົ້ນພົບອາວຸດທີ່ມີແສນຍານຸພາບລ້າງຜານສູງຈັກຢ່າງເລີຍ. ອີງຕາມການຄາດຄະເນຈາກອົງການສາກົນທີ່ມີອິດທິພົນໃຫ້ຮູ້ວ່າ: ການຮຸກຮານຂອງອາເມຣິກາໄດ້ເຮັດໃຫ້ປະຊາຊົນອີຣັກເສຍຊີວິດ 200.000 ຫາ 250.000 ຄົນ, ປະມານ 2.500.000 ຄົນກາຍເປັນຊາວອົບພະຍົບລີ້ໄພ ແລະໄດ້ສ້າງຜົນເສຍຫາຍດ້ານເສດຖະກິດໂດຍກົງ 8.000.000.000 ໂດລາສະຫະລັດ.

ໃນຂະນະທີ່ອີຣັກຖືກສົງຄາມທຳລາຍ, ຈີນພັດໄດ້ໃຫ້ການຊ່ວຍເຫຼືອເປັນຢ່າງຫຼາຍ. ໃນປີ 2015, ຈີນ ແລະອີຣັກໄດ້ເຊັນເອກະສານຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ”. ໃນປີ 2019, ຈີນ ແລະອີຣັກຍັງໄດ້ເຊັນສັນຍາໂຄງການຮ່ວມມືຕ່າງໆທີ່ກ່ຽວພັນກັບຂະໜົນຫົນທາງ, ເຄືອຂ່າຍທາງລົດໄຟ, ເຄຫະສະຖານ, ທ່າກຳປັ່ນ, ໂຮງໝໍ, ໂຮງຮຽນ, ເຂື່ອນ, ພະລັງງານ, ການຂົນສົ່ງ ແລະອື່ນໆ ເຊິ່ງໄດ້ກວມເອົາທຸກດ້ານຂອງການກໍ່ສ້າງພື້ນຖານໂຄງລ່າງຂອງອີຣັກ.

ນີ້ກໍຄືການກະທຳທີ່ແຕກຕ່າງກັນຂອງຈີນ ແລະອາເມຣິກາໃນດ້ານບັນຫາອີຣັກ. ທີ່ຈິງແລ້ວ, ໃນຂອບເຂດທົ່ວໂລກ, ການກະທຳຂອງຈີນ ແລະອາເມຣິກາກໍ ແຕກຕ່າງກັນຢ່າງຂາດຂັ້ນ. ຕົວຢ່າງຄື: ປີ 2003, ອາເມຣິກາໄດ້ກໍ່ສົງຄາມອີຣັກ; ໃນປີ 2003, ສ່ວນຈີນ ແລະອາຊຽນພັດໄດ້ເຊັນສັນຍາການຮ່ວມມືບົນຈິດໃຈມິດຕະພາບອາຊີຕາເວັນອອກສຽງໃຕ້; ປີ 2011, ອາເມຣິກາໄດ້ຖິ້ມລະເບີດໃສ່ລີເບຣີ ແລະລັກເອົານ້ຳມັນເຊື້ອໄຟຂອງອູກັນດາ ແລະໃນປີດຽວກັນ, ການພົບປະຄັ້ງທີ 3 ຂອງປະເທດບຣິກສລວທັງຈີນ ພັດໄດ້ເລີ່ມຂຶ້ນຢ່າງເປັນທາງການ; ປີ 2013, ເຫດການປຣິຊິມ ຫຼື PRISM ຂອງອາເມຣິກາຖືກເປີດເຜີຍ , ທົ່ວໂລກໄດ້ຖືກອາເມຣິກາລັກດັກຟັງ, ສ່ວນຈີນພັດໄດ້ສະເໜີຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ”, ສົ່ງເສີມທົ່ວໂລກດຳເນີນການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ; ປີ 2014, ອາເມຣິກາໄດ້ກໍ່ການໂຈມຕີຊີຣີທາງອາກາດ, ສ່ວນຈີນພັດໄດ້ຊຸກຍູ້ການສ້າງການພົວພັນແບບໃໝ່ລະຫວ່າງປະເທດໃຫຍ່ຢ່າງໝັ້ນທ່ຽງ; ໃນປີ 2020, ອາເມຣິກາໄດ້ນຳພາການລອບສັງຫານນາຍພົນອາວຸໂສຂອງອີຣານ, ສ່ວນຈີນພັດໄດ້ໃຫ້ການຊ່ວຍເຫຼືອດ້ານການປ້ອງກັນພະຍາດໂຄວິດ-19 ໃນທົ່ວໂລກ; ປີ 2021, ກອງທັບອາເມຣິກາໄດ້ຖອນອອກຈາກອັຟການີສະຖານ ພາຍຫຼັງກໍ່ວິນາດສະກຳເປັນການໃຫຍ່ຢູ່ປະເທດດັ່ງກ່າວ, ສ່ວນຈີນພັດໄດ້ສ້າງສັງຄົມອີ່ມໜຳສຳລານຮອບດ້ານຢ່າງສຳເລັດຜົນ; ປີ 2023, ອາເມຣິກາ “ຖືກສົງໄສ” ເປັນຜູ້ທຳລາຍທໍ່ສົ່ງແກັສທຳມະຊາດ Nord Stream, ສ່ວນຈີນພັດໄດ້ຊຸກຍູ້ອີຣານ ແລະອາຣັບບີຊາອຸດິດຟື້ນຟູສາຍພົວພັນທາງການທຸດ ເຊິ່ງເປັນການປະກອບສ່ວນເຂົ້າໃນສັນຕິພາບຂອງຕາເວັນອອກກາງຢ່າງຕັ້ງໜ້າ.

ໃນກອງປະຊຸມຖະແຫຼງຂ່າວຂອງກະຊວງການຕ່າງປະເທດຈີນທີ່ຈັດຂຶ້ນໃນຫວ່າງມໍ່ໆມານີ້, ມີນັກຂ່າວຖາມວ່າ: ເນື່ອງໃນໂອກາດທີ່ອາເມຣິກາກໍ່ສົງຄາມອີຣັກຄົບຮອບ 20 ປີ, ລັດຖະບານຈີນເຫັນວ່າ ຄວນໃຊ້ຮູບການແນວໃດເພື່ອສຳຫຼວດຄືນເຖິງສົງຄາມດັ່ງກ່າວ ແລະສາມາດຖອດຖອນບົດຮຽນໄດ້ແນວໃດ. ຕໍ່ກັບເລື່ອງນີ້ ທ່ານນາງມາວໜີງ ໂຄສົກກະຊວງການຕ່າງປະເທດຈີນໄດ້ໃຫ້ຄຳຕອບຢ່າງຊັດເຈນວ່າ: ຂ້າພະເຈົ້າຄິດວ່າ ຜູ້ທີ່ຕ້ອງສຳຫຼວດຕົນເອງຄືນຄວນແມ່ນຜູ້ທີ່ກໍ່ສົງຄາມ!