ເຜີຍແຜ່ບົດລາຍງານສັງລວມການປະເມີນດ້ານການປ່ຽນແປງຂອງດິນຟ້າອາກາດຄັ້ງທີ 6

2023-03-21 15:19:06 cri


     ວັນທີ 20 ມີນານີ້, ຄະນະກຳມະການສະເພາະກ່ຽວກັບການປ່ຽນແປງດ້ານດິນຟ້າອາກາດລະຫວ່າງລັດຖະບານຂອງອົງການສະຫະປະຊາຊາດໄດ້ເຜີຍແຜ່ບົດລາຍງານສັງລວມການປະເມີນຄັ້ງທີ 6.

    ບົດລາຍງານດັ່ງກ່າວລະບຸວ່າ: ຄວາມໄວ ແລະຈຳນວນຂອງວຽກງານທີ່ໄດ້ເຮັດ, ພ້ອມທັງແຜນການໃນປັດຈຸບັນນີ້, ລ້ວນແຕ່ຍັງບໍ່ພຽງພໍສຳລັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

    ບົດລາຍງານສະບັບນີ້ຍັງເນັ້ນໜັກເຖິງຄວາມຮີບດ່ວນທີ່ຕ້ອງປະຕິບັດໃຫ້ມີຄວາມເດັດດ່ຽວໜຽວແໜ້ນກວ່າເກົ່າ ແລະໃຫ້ຮູ້ວ່າ ຖ້າວ່າພວກເຮົາດຳເນີນການ ເລີ່ມແຕ່ດຽວນີ້ເປັນຕົ້ນໄປ, ພວກເຮົາຍັງສາມາດຮັບປະກັນໃຫ້ທຸກໆຄົນມີອະນາຄົດທີ່ໜ້າຢູ່ແບບຍືນຍົງ. ຖ້າຢາກຄວບຄຸມໃຫ້ອຸນຫະພູມເພີ່ມຂຶ້ນບໍ່ເກີນ 1,5 ອົງສາ, ເມື່ອຮອດປີ 2030, ຕ້ອງໃຫ້ປະລິມານການປ່ອຍກາກບອນຫຼຸດໜ້ອຍລົງເກືອບເຄິ່ງໜຶ່ງ.