ປະຊາຊົນຍີ່ປຸ່ນຈັດງານໂຮມຊຸມນຸມເພື່ອຄັດຄ້ານການລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລ

2023-03-22 15:44:04 cri


    ຕອນແລງວັນທີ 21 ມີນານີ້, ປະຊາຊົນຍີ່ປຸ່ນເກືອບ 5000 ຄົນທີ່ມາຈາກແຫ່ງຕ່າງໆໄດ້ຈັດງານໂຮມຊຸມນຸມຢູ່ນະຄອນຫຼວງໂຕກຽວ, ເພື່ອປະທ້ວງແຜນການລະບາຍນ້ຳປົນເປື້ອນລັງສີນິວເຄລຍຂອງໂຮໄຟຟ້ານິວເຄລຍເລກໜຶ່ງຟຸກຸຊິມະຂອງບໍລິສັດພະລັງງານໄຟຟ້າໂຕກຽວລົງສູ່ທະເລ, ແລະຄັດຄ້ານນະໂຍບາຍ ພະລັງງານນິວເຄລຍຂອງລັດຖະບານຍີ່ປຸ່ນ.

    ອີງຕາມການສຳຫຼວດປະຊາມະຕິຂອງແຂວງຟຸກຸຊິມະສະແດງໃຫ້ເຫັນວ່າ: ຜູ້ໃຫ້ສຳພາດປະມານ 70% ໄດ້ຄັດຄ້ານການລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລ. ນ້ຳປົນເປື້ອນລັງສີມີສານລັງສີຫຼາຍຢ່າງ, ຖ້າເລີ່ມລະບາຍລົງທະເລແລ້ວ, ຢ່າງໜ້ອຍຕ້ອງລະບາຍຢ່າງຕໍ່ເນື່ອງເປັນເວລາ 30 ປີ.

    ງານໂຮມຊຸມນຸມດັ່ງກ່າວຍັງໄດ້ຈັດກິດຈະກຳ “ລົງລາຍເຊັນທົ່ວປະເທດເພື່ອບໍ່ໃຫ້ລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລ”, ໂດຍຮຽກຮ້ອງໃຫ້ບໍລິສັດພະລັງງານໄຟຟ້າໂຕກຽວຍົກເລີກແຜນການລະບາຍນ້ຳປົນເປື້ອນ, ຍຸດຕິການປ່າວຄຳຕົວະຍົວະທີ່ “ເຮັດໃຫ້ນ້ຳປົນເປື້ອນເຈືອຈາງແລ້ວແມ່ນມີຄວາມປອດໄພ”, ພ້ອມທັງຕ້ອງແບກຫາບໜ້າທີ່ຄວາມຮັບຜິດຊອບຕໍ່ເຫດການສານລັງສີນິວເຄລຍຂອງໂຮງໄຟຟ້ານິວເຄລຍເລກໜຶ່ງຟຸກຸຊິມະຮົ່ວໄຫຼ.