ຄຳຊີ້ນຳຂອງທ່ານສີຈິ້ນຜິງທີ່ສະແດງໃຫ້ເຫັນຄວາມເອົາໃຈໃສ່ເປັນຢ່າງຍິ່ງຕໍ່ວຽກງານອະນຸລັກຊັບພະຍາກອນນ້ຳ(ພາກທີ1)

2023-03-22 18:41:45 cri



ວັນທີ 22 ມີນາ2023 ເປັນວັນນ້ຳໂລກຄົບຮອບ31ປີ, ຫົວຂໍ້ປະຈຳປີ2023ນີ້ແມ່ນ “ການເລັ່ງລັດການປ່ຽນແປງ”. ເນື່ອງໃນໂອ ກາດວັນນ້ຳໂລກໝູນວຽນມາເຖິງ, ຈີນໄດ້ຈັດກິດຈະກຳ “ສັບປະດານ້ຳຈີນ”ຄັ້ງທີ36ລະຫວ່າງວັນທີ22-28ມີນານີ້ ພາຍໃຕ້ຫົວຂໍ້ “ເພີ່ມທະວີການຄຸ້ມຄອງຊັບພະຍາກອນນ້ຳຕາມກົດໝາຍ, ເກາະແຂນກັນອະນຸລັກແມ່ນ້ຳທີ່ປຽບເໝືອນມານດາ”

 

   ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ18ຂອງພັກກອມມູນິດຈີນເປັນຕົ້ນມາ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນໄດ້ພິຈາລະນາຈາກລະດັບສູງທາງຍຸດທະສາດການພັດທະນາແບບຍືນຍົງຖາວອນຂອງປະຊາ ຊາດຈີນ ໂດຍໄດ້ສະເໜີທິດທາງຄຸ້ມຄ້ອງຊັບພະຍາກອນນ້ຳຕາມທິດ“ການປະຢັດນ້ຳຕ້ອງໄປກ່ອນ,ການພັດທະນາຢ່າງດຸນດ່ຽງລະຫວ່າງພື້ນທີ່ຕ່າງໆ,ຄຸ້ມຄອງຢ່າງເປັນລະບົບ,ເສີມຂະຫຍາຍບົດບາດຂອງລັດແລະກົນໄກຕະຫຼາດ” ເຊິ່ງໄດ້ສະໜອງຫຼັກການພື້ນຖານໃຫ້ແກ່ການປະສານສົມທົບຢ່າງເປັນເອກະພາບກັນໃນການຊຸກຍູ້ວຽກງານປ້ອງກັນແລະຄຸ້ມຄອງອຸທົກກະໄພ ປະຢັດຊັບພະຍາກອນນ້ຳ, ການອະນຸລັກ,ຟື້ນຟູລະບົບນິເວດນ້ຳ ແລະປົວແປງສິ່ງແວດລ້ອມນ້ຳ.

 

   ນ້ຳທຸກຢາດເຕົ້າໂຮມເຂົ້າກັນເປັນແມ່ນ້ຳລຳເຊແລະທະເລ, ຄຳຊີ້ນຳທຸກຄວາມຂອງທ່ານສີຈິ້ນຜິງໄດ້ສ່ອງແສງໃຫ້ເຫັນເຖິງຄວາມເອົາໃຈໃສ່ເປັນຢ່າງຍິ່ງຕໍ່ວຽກງານອະນຸລັກຊັບພະຍາກອນນ້ຳ.

 

  ຄຳຊີ້ນຳຂອງທ່ານສີຈິ້ນຜິງ:

 

ເດືອນສິງຫາ2020, ໃນເວລາສຳຫຼວດຄົ້ນຄວ້າວຽກງານຢູ່ແຂວງອ່ານຮຸ່ຍ, ທ່ານສີຈິ້ນຜິງໄດ້ເນັ້ນໜັກວ່າ: “ຊີວະນານາພັນຂອງສິ່ງທີ່ມີຊີວິດໃນແມ່ນ້ຳຢາງເຊເດັດຂາດບໍ່ໃຫ້ຖືກສູນຫາຍໄປໃນຄົນຮຸ່ນພວກເຮົາ.”

 

 ປາຂ່າ “ນາງຟ້າຮອຍຍິ້ມ” ກັບຄືນມາແລ້ວ

 

ປາຂ່າຫຼືປາໂລມານ້ຳຈືດເປັນສັດນ້ຳທີ່ຫາຍາກແລະໃກ້ຈະສູນພັນຢູ່ໃນໂລກ, ຢູ່ປະເທດຈີນກໍມີປາຂ່າເຊັ່ນດຽວກັນ ຄືຢູ່ຕອນກາງແລະຕອນລຸ່ມຂອງແມ່ນ້ຳຢາງເຊ.

 

ເວລາ 6 ໂມງຂອງມື້ໜຶ່ງ, ຢູ່ເຂດສະຫງວນທຳມະຊາດອະນຸລັກປາໂລມານ້ຳຈືດແຫ່ງຊາດຖົງຫຼິງ


ທ່ານຈ່າງປ່າຈິ່ນ ໄດ້ຖືເອົາຄຸໃສ່ຫົວອາຫານປາເຕັມຄຸໜ່ວຍໜຶ່ງຫວ່ານໃສ່ໜ້ານ້ຳຢາງເຊຕາມລຳດັບ. ຢູ່ບ່ອນໃກ້ແຄມແມ່ນ້ຳຈະໄດ້ເຫັນປາຂ່າໂປໂລຫົວຂຶ້ນມາ ໜ້ານ້ຳເປັນບາງຄັ້ງຄາວ.

 

 ທ່ານຈ່າງປ່າຈິ່ນບອກໃຫ້ຮູ້ວ່າ: “ໂຕນີ້ເປັນໂຕແມ່, ເຄີຍອອກລູກມາແລ້ວ.ໂຕນັ້ນອາຍຸອ່າວສູງ, ດຽວນີ້ບໍ່ສາມາດຫາກິນດ້ວຍຕົນເອງໄດ້ແລ້ວ.” ເມື່ອເວົ້າເຖິງປາຂ່າ, ທ່ານຈ່າງປ່າຈິ່ນ ຜູ້ລ້ຽງປາຂ່າທີ່ເຕີບໂຕມາກັບແຄມແມ່ນ້ຳຢາງເຊຕັ້ງແຕ່ນ້ອຍຜູ້ນີ້ກໍເວົ້າຫຼາຍເປັນພິເສດ. 10ກວ່າປີຜ່ານມານີ້,ບໍ່ວ່າມື້ແດດອອກມື້ຝົນຕົກຫຼືລົມພັດແຮງ, ລາວໄດ້ເປັນເພື່ອນຂອງປາຂ່າຢູ່ຕະຫຼອດ.

 

ນະຄອນຖົງຫຼິງແຂວງອ່ານຮຸ່ຍ ເປັນບ້ານເກີດຂອງທ່ານຈ່າງປ່າຈິ່ນ, ແມ່ນ້ຳຢາງເຊຕອນຢູ່ນະຄອນດັ່ງກ່າວມີຄວາມຍາວ50ກວ່າກິໂລແມັດ, ມີໂຄ້ງຫຼາຍແຫ່ງແລະນ້ຳສາຂາຫຼາຍສາຍ ຈິ່ງເຮັດໃຫ້ມີຫາດຊາຍກະແຈກກະຈາຍເປັນຈຳນວນຫຼາຍ, ຖືວ່າເປັນແມ່ນ້ຳຕອນທີ່ມີພູມສັນຖານສະຫຼັບສັບຊ້ອນສົມຄວນຢູ່ຕອນກາງແລະຕອນລຸ່ມແມ່ນ້ຳຢາງເຊ ເຊິ່ງເໝາະສົມແກ່ການອາໄສຢູ່ແລະສືບພັນຂອງປາຂ່າ.

 

ປາຂ່າເປັນສັດລ້ຽງລູກດ້ວຍນົມທີ່ກິນອາຫານພຽງຢ່າງດຽວແລະຂະຫຍາຍພັນບໍ່ຫຼາຍ. ປາຂ່າມີສົບສັ້ນແລະກວ້າງ, ແຈຮີມສົບເງີຍຂຶ້ນ, ເບິ່ງຄືມີຮອຍຍິ້ມຢູ່ຕະຫຼອດ, ສະນັ້ນ ຊາວຈີນຈິ່ງເອີ້ນກັນວ່າ “ນາງຟ້າຮອຍຍິ້ມ”. ທ່ານຈ່າງປ່າຈິ່ນເລົ່າຄືນຫຼັງວ່າ: “ຊຸມປີ1980, ຄົນທັງຫຼາຍຈະສາມາດພົບເຫັນປາຂ່າລອຍຫຼິ້ນຢູ່ແມ່ນ້ຳຢາງເຊເລື້ອຍໆ, ພາຍຫຼັງມາ,ເນື່ອງຈາກມົນລະພິດຈາກອຸດສາຫະກຳການຜະລິດ ແລະການຫາປາເກີນຂອບເຂດ, ຈິ່ງນັບມືຶ້ນັບພົບເຫັນພວກມັນໜ້ອຍແລ້ວ.”

 

ຊຸມປີຜ່ານມານີ້, ໄປຄຽງຄູ່ກັບເຂດລ້ອງແມ່ນ້ຳຢາງເຊໄດ້ລົງເລິກຊຸກຍູ້ການປະຕິບັດມາດຕະການ “ຮ່ວມກັນປົກປັກຮັກສາຢ່າງຂະໜາດໃຫຍ່ ແຕ່ບໍ່ພັດທະນາຢ່າງຂະໜາດໃຫຍ່”, ກໍຄືມາດຕະການຫ້າມຫາປາ10ປີຢູ່ເຂດນ້ຳຈຸດສຸມຕາມລ້ອງແມ່ນ້ຳຢາງເຊ, ຄົນທັງຫຼາຍໄດ້ພົບເຫັນວ່າ ປາຂ່າ ທີ່ເປັນ “ນາງຟ້າຮອຍຍິ້ມ”ຢູ່ແມ່ນ້ຳຢາງເຊໄດ້ກັບຄືນມາແລ້ວຢ່າງໜ້າປິຕິຊົມຊື່ນ!

 

ປັດຈຸບັນ, ເຂດສະຫງວນທຳມະຊາດອະນຸລັກປາໂລມານ້ຳຈືດແຫ່ງຊາດຖົງຫຼິງທີ່ມີຄວາມຍາວທັງໝົດ 58 ກິໂລແມັດ ມີປາຂ່າ50ກວ່າໂຕແລ້ວ. ທ່ານຈ່າງປ່າຈິ່ນບອກໃຫ້ຮູ້ວ່າ: “ຈຳນວນປາຂ່າຢູ່ສູນອະນຸລັກພວກເຮົາໄດ້ເພີ່ມຈາກ4ໂຕໃນເບື້ອງຕົ້ນຂຶ້ນເປັນ11ໂຕໃນປັດຈຸບັນ”. ເຖິງວ່າວຽກງານເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ, ແຕ່ທ່ານຈ່າງປ່າຈິ່ນຊ້ຳພັດດີໃຈທີ່ສຸດ.

 

ທ່ານຈ່າງປ່າຈິ່ນມີຄວາມປາດຖະໜາຢ່າງໜຶ່ງຄື: ຫວັງວ່າຈະມີມື້ໜຶ່ງຂ້າງໜ້າ, ປາຂ່າຈະບໍ່ຕ້ອງການຄວາມເບິ່ງແຍງດູແລເປັນການສະເພາະອີກຕໍ່ໄປ, ເພາະຈະສາມາດລອຍຫຼິ້ນຢ່າງເສລີໄດ້ໃນແມ່ນ້ຳຢາງເຊ.

 

ວັນທີ28ກຸມພາ2023, ກະຊວງກະສິກຳແລະວຽກງານຊົນນະບົດຈີນໄດ້ເປີດເຜີຍຜົນການສຳຫຼວດວິທະຍາສາດກ່ຽວກັບປາຂ່າແມ່ນ້ຳຢາງເຊໃນປີ2022ວ່າ, ຈຳນວນປາຂ່າແມ່ນ້ຳຢາງເຊໄດ້ບັນລຸ1.249ໂຕ ຖືເປັນບາດລ້ຽວປະຫວັດສາດທີ່ຈຳນວນປາຂ່າໄດ້ເພີ່ມຂຶ້ນຄືນໃໝ່ເມື່ອທຽບໃສ່ການສຳຫຼວດວິທະຍາສາດຄັ້ງຜ່ານມາໃນປີ2017.

 

ຄຳຊີ້ນຳຂອງທ່ານສີຈິ້ນຜິງ: ໃນໂອກາດກ່າວຄຳອວຍພອນປີໃໝ່ສາກົນ2017, ທ່ານສີຈິ້ນຜິງ ປະທານປະເທດຈີນກ່າວວ່າ: “ແມ່ນ້ຳແຕ່ລະສາຍຈະຕ້ອງມີ “ຜູ້ຕິດຕາມຄຸ້ມຄອງແມ່ນ້ຳ” ແລ້ວ”.

 

ຜູ້ຕິດຕາມຄຸ້ມຄອງແມ່ນ້ຳກວດກາລາດຕະເວນແມ່ນ້ຳທີ່ສວຍງາມປານຮູບແຕ້ມ

 

ນ້ຳເປັນສິ່ງຫຼໍ່ລ້ຽງທຸກສິ່ງທີ່ມີຊີວິດ, ທະເລສາບໂປຢາງທີ່ກວ້າງໃຫຍ່ໄພສານມີທິວທັດອັນສວຍສົດງົດງາມ

 



ແມ່ນ້ຳກ້ານຈ່ຽງເປັນແມ່ນ້ຳໃຫຍ່ທີ່ສຸດໃນເຂດລ້ອງທະເລສາບໂປຢາງ ເຊິ່ງເປັນທະເລສາບນ້ຳຈືດໃຫຍ່ທີ່ສຸດຂອງຈີນ. ຢູ່ເຂດທິວທັດຍາວຮ້ອຍລີ້ຂອງແມ່ນ້ຳກ້ານຈ່ຽງຢູ່ນະຄອນຈີອ່ານແຂວງຈ່ຽງຊີ່ ທາງພາກຕາເວັນອອກສຽງໃຕ້ຂອງຈີນ, ລົມຄ່ອຍໆພັດໂຊຍຢູ່ໜ້ານ້ຳ, ມີນົກບິນມາເປັນບາງຄັ້ງຄາວ. ເມື່ອຫຼຽວເບິ່ງທິວທັດທີ່ສວຍງາມເປັນຕາສະອອນໃຈ, ທ່ານຫຼິວເຄີ້ຄຸນຮ້ອງເພງຄ່ອຍໆແບບບໍ່ຮູ້ສຶກຕົວ. ໃນຖານະເປັນຜູ້ຕິດຕາມຄຸ້ມຄອງແມ່ນ້ຳຂັ້ນບ້ານຕອນຈ່າງເຈ່ຍຕູ້ເມືອງຊິງຢວນນະຄອນຈີອ່ານ, ລາວຕ້ອງກວດກາລາດຕະເວນຢູ່ແມ່ນ້ຳຕາມເຂດຮັບຜິດຊອບຂອງຕົນເປັນປະຈຳ.

 

ທ່ານຫຼິວເຄີ້ຄຸນບອກວ່າ: “ແຕ່ກ່ອນ, ຄຸນນະພາບນ້ຳຢູ່ສາຂາແມ່ນ້ຳເຫຼົ່ານີ້ແມ່ນບໍ່ດີຫຼາຍ ຈົນປູປາກຸ້ງຫອຍກໍຍາກທີ່ຈະມີຊີວິດຢູ່ໄດ້.” ລາວຍັງໃຫ້ຮູ້ຕື່ມວ່າ: ແມ່ນ້ຳທີ່ປຽບເໝືອນມານດາຫຼໍ່ລ້ຽງປະຊາຊົນແຂວງຈ່ຽງຊີ່ສາຍນີ້ເຄີຍໄດ້ຮັບຜົນເສຍຫາຍ. ຫຼັງຈາກນະຄອນຈີອ່ານໄດ້ປະຕິບັດລະບຽບການຜູ້ຕິດຕາມຄຸ້ມຄອງແມ່ນ້ຳເມື່ອປີ2016ແລ້ວ, ວິສາຫະກິດຕ່າງໆເຊັ່ນ: ຖານຜະລິດເບັ້ຍໄມ້ສອງແຫ່ງ, ລານດູດຊາຍ3ແຫ່ງແລະອື່ນໆໄດ້ຍ້າຍອອກຈາກເຂດແມ່ນ້ຳກ້ານຈ່ຽງຕອນຈ່າງເຈ່ຍຕູ້, ທຸກມື້ນີ້, ນ້ຳຢູ່ທີ່ແຫ່ງນີ້ແມ່ນສາມາດຮັກສາຢູ່ໃນລະດັບຄຸນນະພາບນ້ຳປະເພດຂັ້ນIIແລະຂັ້ນIທີ່ໄດ້ມາດຕະຖານນ້ຳດື່ມນ້ຳໃຊ້ປະເພດເຂດສະຫງວນລະດັບໜຶ່ງຕະຫຼອດປີ. ເມື່ອເວົ້າເຖິງການປ່ຽນແປງໃນຊຸມປີຜ່ານມານີ້, ທ່ານຫຼິວເຄີ້ຄຸນບອກວ່າ: “ສິ່ງແວດລ້ອມນັບມື້ນັບດີຂຶ້ນ, ບາງເທື່ອກວດກາລາດຕະເວນຢູ່ຕາມເຂດແມ່ນ້ຳກໍເປັນຄວາມສຸກໃຈຢ່າງໜຶ່ງ.”

 

ໃນຊຸມປີຜ່ານມານີ້, ແຂວງຈ່ຽງຊີ່ໄດ້ລົງເລິກປະຕິບັດຕາມແນວຄວາມຄິດເຮັດວຽກຕາມລະບຽບການຜູ້ຕິດຕາມຄຸ້ມຄອງແມ່ນ້ຳໜອງບຶງ, ວາງແຜນເປັນເອກະພາບກັນໃນການສ້າງປະຊາຄົມຮ່ວມຊີວິດລະຫວ່າງພູຜາແມ່ນ້ຳ,ປ່າໄມ້,ທົ່ງນາ,ໜອງບຶງ,ທົ່ງຫຍ້າ,ທະເລ ຊາຍ, ດຳເນີນການປົວແປງສິ່ງແວດລ້ອມນິເວດທົ່ວເຂດລ້ອງແມ່ນ້ຳແບບສັງລວມ,ປະຕິບັດ10ແຜນການດຳເນີນງານເພື່ອກໍ່ສ້າງສິ່ງແວດລ້ອມນິເວດເຂດທະເລສາບໂປຢາງຢ່າງຮອບດ້ານ.

 



ຄຸນນະພາບນ້ຳທີ່ດີໄດ້ດຶງດູດນົກຍາງຂາວ 98% ຢູ່ໃນໂລກເຄື່ອນຍ້າຍມາອາໄສຢູ່ເຂດທະເລສາບໂປຢາງໃນຍາມລະດູໜາວ. ຊຸມປີຜ່ານມານີ້, ສັດນ້ຳຊະນິດຕ່າງໆໄດ້ກັບຄືນມາອາໄສຢູ່ທະເລສາບແຫ່ງນີ້ເຊັ່ນ: ປາໂຊຣີ(saury)ກຸ່ມໃຫຍ່,ປາເຂັມ (needlefish) ທີ່ສູນຫາຍມາຫຼາຍປີແລ້ວ ແລະປາຫາຍາກຊະນິດອື່ນໆ, ຊີວະນານາພັນໄດ້ຮັບການຟື້ນຟູຄືນໃໝ່ຢ່າງຕໍ່ເນື່ອງ.

 

ແມ່ນ້ຳກ້ານຈ່ຽງໃນທຸກມື້ນີ້, ໜ້ານ້ຳສະອາດ, ແຄມນ້ຳສະອາດງາມຕາ, ຢູ່ຕາມແມ່ນ້ຳກ້ານຈ່ຽງແຕ່ລະຕອນ, ຄົນທັງຫຼາຍຈະພົບເຫັນຢູ່ເລື້ອຍໆວ່າມີຜູ້ຕິດຕາມຄຸ້ມຄອງແມ່ນ້ຳຄືກັນກັບທ່ານຫຼິວເຄີ້ຄຸນໄດ້ຂີ່ລົດກວດກາລາດຕະເວນຢູ່ເຂດແມ່ນ້ຳ, ປຽບເໝືອນໄດ້ກ້າວເຂົ້າສູ່ຮູບແຕ້ມທີ່ມີຊີວິດຊີວາຄື ນ້ຳໃສສະອາດ,ແຄມນ້ຳຂຽວສົດງົດງາມ, ຄົນກັບນ້ຳຢູ່ຮ່ວມກັນຢ່າງກົມກຽວ.