ອົງການສະຫະປະຊາຊາດຈັດກອງປະຊຸມສະເຫຼີມສະຫຼອງວັນລຶບລ້າງການຈຳແນກເຊື້ອຊາດຜິວພັນສາກົນ

2023-03-22 15:45:02 cri

 

    ວັນທີ 21 ມີນານີ້, ອົງການສະຫະປະຊາຊາດໄດ້ຈັດກອງປະຊຸມສະເຫຼີມສະຫຼອງວັນລຶບລ້າງການຈຳແນກເຊື້ອຊາດຜິວພັນສາກົນ.

    ໃນເວລາກ່າວຄຳປາໄສ, ທ່ານອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດໄດ້ເຕືອນໃຫ້ລັດຖະບານບັນດາປະເທດຢ່ານຳໃຊ້ການຈຳແນກເຊື້ອຊາດຜິວພັນ ແລະຄວາມອາຄາດບາດໝາງເຂົ້າໃນການບັນລຸເປົ້າໝາຍທາງການເມືອງ, ເພາະວ່າການຈຳແນກ ແລະຄວາມອາຄາດບາດໝາງຈະຕ່າວປີ້ນມາທຳຮ້າຍສັງຄົມໃນທີ່ສຸດ.

    ທ່ານອັນໂຕນີໂອ ກູເຕີເຣັສ ກ່າວຕື່ມວ່າ: ໃນເມື່ອລັດຖະບານນຳໃຊ້ລັດທິເຊື້ອຊາດຜິວພັນ ແລະການຈຳແນກເຊື້ອຊາດຜິວພັນເຂົ້າໃນການຕອບສະໜອງຄວາມຮຽກຮ້ອງຕ້ອງການທາງການເມືອງ, ແມ່ນຄືກັບວ່າຫຼິ້ນກັບໄຟ. ຖ້າຝ່າຍທາງການມີຄວາມອົດກັ້ນ ແລະເຫັນດີນຳຕໍ່ການຈຳແນກເຊື້ອຊາດຜິວພັນ ກໍຈະເຮັດໃຫ້ສະຖານະການເຄັ່ງຕຶງຂຶ້ນກວ່າເກົ່າ, ທັງຈະພາໃຫ້ເກີດເຫດການກໍ່ການຮ້າຍທີ່ລະເມີດກົດໝາຍຕ່າງໆ. ເມື່ອເບິ່ງຈາກດ້ານປະຫວັດສາດແລ້ວ, ຜົນຕາມມາພາຍຫຼັງຂອງການຈຳແນກເຊື້ອຊາດຜິວພັນແມ່ນມີລັກສະນະເປັນໄພພິບັດ.