CMG ກັບ VGTRK ຮ່ວມມືກັນເພື່ອພັດທະນາຂໍ້ມູນຮູບເງົາທາງປະຫວັດສາດ

2023-03-22 10:43:10 CRI

    ວັນທີ 21 ມີນານີ້, ວິທະຍຸໂທລະພາບສູນກາງຈີນ ຫຼື CMG ກັບ ບໍລິສັດໂທລະພາບວິທະຍຸແຫ່ງຊາດຣັດເຊຍ ຫຼື VGTRK ໄດ້ເຊັນບົດບັນທຶກຄວາມເຂົ້າໃຈຢູ່ນະຄອນຫຼວງມົສກູ ເພື່ອຮ່ວມມືກັນພັດທະນາ ແລະ ນຳໃຊ້ຂໍ້ມູນຮູບເງົາທາງປະຫວັດສາດ.


 

    ໃນພິທີເຊັນບົດບັນທຶກ, VGTRK ໄດ້ມອບຂໍ້ມູນຮູບທາງປະຫວັດສາດຈຳຈຳນວນໜຶ່ງທີ່ຫາກໍ່ປາກົດເຫັນໃນຫວ່າງມໍ່ໆມານີ້ໃຫ້ແກ່ CMG. ຂໍ້ມູນຮູບເງົາດັ່ງກ່າວແມ່ນອະດີດກອງທັບແດງສະຫະພາບໂຊວຽດຮິບເອົາຈາກກອງທັບກ່ວນຕົ່ງຍີ່ປຸ່ນຢູ່ພາກເວັນຕົກສຽງເໜືອຂອງຈີນ ໂດຍສະແດງໃຫ້ເຫັນເຖິງຂະບວນການທາງປະຫວັດສາດທີ່ປະຊາຊົນຈີນຕໍ່ຕ້ານພວກຮຸກຮານຍີ່ປຸ່ນຢ່າງທຸກຍາກລຳບາກທີ່ສຸດ.


 

     ທ່ານເຊີ້ນໄຫຊົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຄອມມູນິດຈີນ ຜູ້ອຳນວຍການໃຫຍ່ CMG ກ່າວວ່າ, ທ່ານສີຈີ້ນຜິງປະທານປະເທດຈີນເຄີຍກ່າວເນັ້ນຫຼາຍເທື່ອວ່າ, ປະຫວັດສາດເປັນປື້ມແບບຮຽນດີທີ່ສຸດ. ປະຫວັດສາດຊີ້ນຳອະນາຄົດ, ຊັກນຳຄົນທັງຫຼາຍກ້າວໄປຂ້າງໜ້າຢ່າງຖືກຕ້ອງກວ່າເກົ່າ.