ທາງລົດໄຟຈີນ-ລາວຊ່ວຍຊຸກຍູ້ໃຫ້ຂະແໜງການທ່ອງທ່ຽວຂອງປະເທດລາວພັດທະນາແບບກ້າວກະໂດດ

2023-03-22 16:30:21 cri

ຫວ່າງມໍ່ໆມານີ້, ໃນໂອກາດໃຫ້ສຳພາດຕໍ່ນັກຂ່າວ, ທ່ານນາງ ສຸດາພອນ ຄົມທະວົງ ຫົວໜາພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວແຂວງຫຼວງພະບາງກ່າວວ່າ: ຍ້ອນໄດ້ຮັບຜົນຈາກທາງລົດໄຟຈີນ-ລາວ, ຄາດວ່າປີນີ້ຢ່າງໜ້ອຍຈະມີນັກທ່ອງທ່ຽວ  1.500.000 ຄົນໄປທ່ຽວແຂວງຫຼວງພະບາງ. ໃນ 2 ເດືອນຕົ້ນປີນີ້, ນັກທ່ອງທ່ຽວສາກົນທີ່ໄປທ່ຽວຫຼວງພະບາງໄດ້ຫຼາຍກວ່າ 216.000 ຄົນແລ້ວ, ໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ໃນນັ້ນ, ຈຳນວນນັກທ່ອງທ່ຽວຈີນແມ່ນເປັນອັນດັບທີໜຶ່ງ. ທາງລົດໄຟຈີນ-ລາວພວມຊ່ວຍຊຸກຍູ້ໃຫ້ຂະແໜງການທ່ອງທ່ຽວຂອງປະເທດລາວບັນລຸການພັດທະນາແບບກ້າວກະໂດດ.

ນະຄອນຫຼວງພະບາງຂອງປະເທດລາວຢູ່ລຽບຕາມທາງລົດໄຟຈີນ-ລາວຖືກອົງການການສຶກສາ, ວິທະຍາສາດ ແລະ ວັດທະນະທຳຂອງອົງການສະປະຊາຊາດຫຼື UNESCO ຈັດເຂົ້າໃນບັນຊີລາຍຊື່ມໍລະດົກວັດທະນະທຳໂລກ, ເປັນຕົວເມືອງທີ່ມີທິວທັດທຳມະຊາດສວຍງາມຫຼາຍແຫ່ງ, ແມ່ນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງ, ສາມາດດຶງດູດນັກທ່ອງທ່ຽວລາວ ແລະ ຕ່າງປະເທດໄປທ່ຽວຢ່າງຫຼວງຫຼາຍ. ພາຍຫຼັງທາງລົດໄຟຈີນ-ລາວເປີດນຳໃຊ້ຢ່າງເປັນທາງການ, ການຄົມມະນາຄົມຂອງແຂວງຫຼວງພະບາງສະດວກກວ່າເກົ່າ, ນອກຈາກນັ່ງລົດໄຟໄປທ່ຽວແຂວງຫຼວງພະບາງແລ້ວ, ນັກທ່ອງທ່ຽວຍັງສາມາດນັ່ງລົດໄຟໄປທ່ຽວວັງວຽງ, ອຸດົມໄຊ, ຫຼວງນ້ຳທາ ແລະ ເຂດອື່ນໆໃນພາກເໜືອຂອງປະເທດລາວ, ໂດຍໄດ້ນຳເອົາໂອກາດໃໝ່ມາໃຫ້ແກ່ຂະແໜງການທ່ອງທ່ຽວໃນພາກເໜືອຂອງລາວ.

ພາກສ່ວນທ່ອງທ່ຽວລາວຄາດຄະເນວ່າ: ປີ 2023 ຈະມີນັກທ່ອງທ່ຽວຈີນ 368.000 ຄົນມາທ່ຽວປະເທດລາວ, ຈະເພີ່ມຂຶ້ນ 21% ເມື່ອທຽບໃສ່ປີ 2022. ວັນທີ 4 ມີນານີ້, ການຂົນສົ່ງຜູ້ໂດຍສານຂອງທາງລົດໄຟຈີນ-ລາວພາຍໃນມື້ໜຶ່ງໄດ້ທະລຸ 10.000 ຄົນ, ເຊິ່ງເປັນການສ້າງສະຖິຕິໃໝ່. ທ່ານກົ່ງຊີ່ນ ຮອງຜູ້ອຳນວຍການໃຫຍ່ຂອງກຸ່ມບໍລິສັດທາງລົດໄຟຈີນ ສາຂາຄຸນໝິງກ່າວວ່າ: ການກະກຽມເປີດຂະບວນລົດໄຟຂ້າມແດນລະຫວ່າງສອງປະເທດຈີນ-ລາວໃກ້ຈະບັນລຸຜົນເປັນຈິງໃນໄວໆນີ້, ເຊິ່ງຈະນຳໃຊ້ຂະບວນລົດໄຟ EMU ໂດຍກົງ. ໃນອະນາຄົດ, ຍັງຈະເປີດຂະບວນລົດໄຟທ່ອງທ່ຽວປະເທດລາວໂດຍກົງອີກ. ຄຽງຄູ່ກັບຂະບວນລົດໄຟ EMU ຂ້າມແດນເປີດນຳໃຊ້, ການໄປທ່ຽວປະເທດລາວ ແລະ ອາຊີຕາເວັນອອກສຽງໃຕ້ດ້ວຍທາງລົດໄຟຈະກາຍເປັນທາງເລືອກອັນດັບຂອງນັກທ່ອງທ່ຽວຈີນທີ່ນັບມື້ນັບຫຼາຍຂຶ້ນຢ່າງແນ່ນອນ.

ໃນກອງປະຊຸມສະໄໝວິສາມັນຂອງລັດຖະບານລາວທີ່ຈັດຂຶ້ນໃນຫວ່າງມໍ່ໆມານີ້, ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ.ລາວ ຮຽກຮ້ອງສ້າງຕັ້ງຫ້ອງການເຂົ້າອອກເມືອງຢູ່ສະຖານີລົດໄຟຈີນ-ລາວ, ເພື່ອອຳນວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວ. ຫວ່າງກ່ອນນີ້ບໍ່ດົນ, ທາງລົດໄຟຈີນ-ລາວຕອນຢູ່ປະເທດລາວໄດ້ເປີດນຳໃຊ້ລະບົບຂາຍປີ້ອອນລາຍ LCR Ticket ຢ່າງເປັນທາງການ, ເຊິ່ງມີຄວາມໝາຍສຳຄັນເຊັ່ນກັນຕໍ່ການຊ່ວຍຊຸກຍູ້ການພັດທະນາການທ່ອງທ່ຽວຂອງເຂດລຽບຕາມທາງລົດໄຟຈີນ-ລາວ.

ນັບແຕ່ເປີດນຳໃຊ້ເປັນຕົ້ນມາ, ທາງລົດໄຟຈີນ-ລາວໄດ້ສ້າງຜົນປະໂຫຍດຢ່າງຫຼວງຫຼາຍໃຫ້ແກ່ການພັດທະນາການທ່ອງທ່ຽວຢູ່ເຂດລຽບຕາມທາງລົດໄຟດັ່ງກ່າວ, ເຊື່ອໝັ້ນວ່າ, ຄຽງຄູ່ກັບນະໂຍບາຍ ແລະ ມາດຕະການຕ່າງໆຖືກນຳມາປະຕິບັດຕົວຈິງ, ທາງລົດໄຟຈີນ-ລາວຈະເສີມຂະຫຍາຍບົດບາດຊຸກຍູ້ຂະແໜງການທ່ອງທ່ຽວຢູ່ເຂດລຽບຕາມທາງລົດໄຟຈີນ-ລາວຕື່ມອີກ, ຊ່ວຍຊຸກຍູ້ໃຫ້ຂະແໜງການທ່ອງທ່ຽວຂອງປະເທດລາວບັນລຸການພັດທະນາແບບກ້າວກະໂດດ.