ເນື້ອໃນກ່ຽວກັບຈີນຂອງ “ບົດລາຍງານສິດທິມະນຸດປະເທດຕ່າງໆປີ2022”ທີ່ປະກາດໂດຍອາເມຣິກາແມ່ນເຕັມໄປດ້ວຍຄຳຂີ້ຕົວະທາງການເມືອງ ແລະ ຄວາມມີອະຄະຕິດ້ານຮູບຖານຈິດສຳນຶກ

2023-03-22 10:54:05 CRI

    ວັນທີ 21 ມີນານີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນຈັດກອງປະຊຸມຖະແຫຼງຂ່າວ.


     ມີນັກຂ່າວຖາມວ່າ: ອາເມຣິກາປະກາດ“ບົດລາຍງານສິດທິມະນຸດປະເທດຕ່າງໆປີ2022” ໃນວັນທີ 20 ມີນານີ້, ທ່ານແອນໂທນີ ບຣີນເຄນ ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາໄດ້ກ່າວກ່ຽວກັບເລື່ອງນີ້ ໂດຍໄດ້ຊີ້ຕີນຊີ້ມືຕໍ່ສະພາບສິດທິມະນຸດຂອງຈີນ, ຈີນມີຄວາມຄິດເຫັນແນວໃດຕໍ່ກັບເລື່ອງນີ້?



     ທ່ານວ່າງເວີນປິ່ນກ່າວວ່າ, ເນື້ອໃນກ່ຽວກັບຈີນຂອງບົດລາຍງານສະບັບດັ່ງກ່າວແມ່ນເຕັມໄປດ້ວຍຄຳຂີ້ຕົວະທາງການເມືອງ ແລະ ຄວາມມີອະຄະຕິດ້ານຮູບຖານຈິດສຳນຶກ, ຖ້ອຍຄວາມຊ້ຳຊາກທີ່ເວົ້າໄປເວົ້າມາຕັ້ງຫຼາຍໆປີເຫຼົ່ານັ້ນບໍ່ເປັນຕາກ່າວຕອບໂຕ້.ສິ່ງທີ່ຊາວໂລກໄດ້ເຫັນຈາກບົດລາຍງານສິດທິມະນຸດຂອງອາເມຣິການັ້ນມັນບໍ່ແມ່ນບັນຫາສິດທິມະນຸດຂອງປະເທດຕ່າງໆ ແຕ່ຫາກແມ່ນການເປັນເຈົ້າອຳນາດ ແລະ ຂົ່ມເຫັງຂອງອາເມຣິກາ ພ້ອມທັງສອງມາດຕະຖານທີ່ຈອມປອມ.


      ທ່ານວ່າງເວີນປິ່ນຊີ້ອອກວ່າ: ສິ່ງທີ່ໂລກປັດຈຸບັນຕ້ອງການນັ້ນມັນບໍ່ແມ່ນການສ້າງຄວາມແບ່ງແຍກດ້ວຍຂໍ້ອ້າງປະຊາທິປະໄຕ ແລະ ການປະຕິບັດລັດທິຝ່າຍດຽວພຽງລຳພັງ, ແຕ່ຫາກແມ່ນການເພີ່ມທະວີຄວາມສາມັກຄີ ແລະ ການຮ່ວມມືກັນບົນພື້ນຖານຈຸດປະສົງ ແລະ ຫຼັກການຂອງກົດບັດອົງການສະຫະປະຊາຊາດ ພ້ອມທັງການຍຶດໝັ້ນລັດທິຫຼາຍຝ່າຍທີ່ແທ້ຈິງ.