ທ່ານປະທານສີຈິ້ນຜິງຢ້ຽມຢາມຣັດເຊຍເປັນຄັ້ງທີ 9, ໄດ້ຮັບຜົນສຳເລັດຫຍັງແດ່?

2023-03-22 18:15:46 cri


  ພາຍຫຼັງກອງປະຊຸມສະພາເປີກສາການເມືອງປະຊາຊົນແຫ່ງຊາດຈີນແລະກອງປະຊຸມສະພາປະຊາຊົນແຫ່ງຊາດຈີນຫຼືກອງປະຊຸມສອງສະພາຂອງຈີນໄດ້ອັດລົງໜຶ່ງອາທິດ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເດີນທາງໄປຣັດເຊຍເພື່ອດຳເນີນການຢ້ຽມຢາມຕ່າງປະເທດທາງລັດຖະກິດເປັນຄັ້ງທຳອິດພາຍຫຼັງໄດ້ດຳລົງຕຳແໜ່ງອີກສະໄໝໜຶ່ງ, ນີ້ແມ່ນຄັ້ງທີ 9 ທີ່ທ່ານໄປຢ້ຽມຢາມຣັດເຊຍໃນຖານະເປັນປະທານປະເທດຈີນ.


ວັນທີ 21 ມີນາ 2023, ໃນເວລາພົບປະກັບທ່ານວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍ, ທ່ານປະທານສີຈິ້ນຜິງກ່າວວ່າ: ຂ້າພະເຈົ້າມາຢ້ຽມຢາມຣັດເຊຍທາງລັດຖະກິດຄັ້ງນີ້ແມ່ນການຢ້ຽມຢາມເພື່ອມິດຕະພາບ, ການຢ້ຽມຢາມເພື່ອການຮ່ວມມືແລະການຢ້ຽມຢາມເພື່ອສັນຕິພາບ.


ຖະແຫຼງການຮ່ວມວ່າດ້ວຍການລົງເລິກສາຍພົວພັນຄູ່ຮ່ວມປະສານງານຍຸດທະສາດຮອບດ້ານໃນຍຸກໃໝ່ລະຫວ່າງສາທາລະນະລັດປະຊາຊົນຈີນແລະສະຫະພັນຣັດເຊຍທີ່ປະມຸກລັດສອງປະເທດລົງນາມໃນວັນດຽວກັນໄດ້ຊີ້ອອກວ່າ:ປະຊາຊົນສອງປະເທດມີໄມຕີຈິດທີ່ດີຕໍ່ກັນທຸກເຊັ່ນຄົນນັ້ນແມ່ນມີພື້ນຖານອັນໝັ້ນແກ່ນ, ການຮ່ວມມືຮອບດ້ານຂອງສອງປະເທດແມ່ນມີອະນາຄົດອັນກວ້າງຂວາງ. “ຣັດເຊຍຕ້ອງການປະເທດຈີນທີ່ຈະເລີນຮຸ່ງເຮືອງແລະມີສະຖຽນລະພາບ, ປະເທດຈີນຕ້ອງການປະເທດຣັດເຊຍທີ່ເຂັ້ມແຂງແລະສຳເລັດຜົນ.”


ທ່ານປະທານສີຈິ້ນຜິງແລະທ່ານປະທານາທິບໍດີປູຕິນຍັງໄດ້ກ້າວເຖິງຂັ້ນມີຄວາມເຫັນເປັນເອກະພາບກັນ, ສອງຝ່າຍຈະເພີ່ມທະວີການປະສານງານດ້ານການອອກແບບແລະການວາງແຜນຂັ້ນສູງສຸດ, ເປີດກວ້າງການຄ້າດ້ານພະລັງ ງານ, ຊັບພະຍາກອນແລະຜະລິດຕະພັນກົນຈັກເອເລັກໂຕຣນິກ, ເພີ່ມທະວີຄວາມເຂັ້ມແຂງດ້ານຕ່ອງໂສ້ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງ, ເປີດກວ້າງການຮ່ວມມືໃນຂົງເຂດເຕັກນິກຂໍ້ມູນຂ່າວສານ, ເສດຖະກິດດີຈີຕອນ, ກະສິກຳ,ການຄ້າການບໍລິການແລະອື່ນໆ, ຊຸກຍູ້ການຄ້າດັ້ງເດີມແລະການຮ່ວມມືໃນຂົງເຂດທີ່ຈະເລີນໃໝ່ຕ່າງຊ່ວຍຊູຍູ້ໜູນກັນແລະພັດທະນາໄປພ້ອມກັນ,ເຮັດໃຫ້ການຂົນສົ່ງສິນຄ້າຂ້າມຊາຍແດນລຸລ່ວງຕື່ມອີກ.


ການຢ້ຽມຢາມຣັດເຊຍຂອງທ່ານປະທານສີຈິ້ນຜິງໃນຄັ້ງນີ້ກໍແມ່ນການຢ້ຽມຢາມເພື່ອສັນຕິພາບທີ່ປະຊາຄົມໂລກໃຫ້ຄວາມສົນໃຈເປັນຈຳນວນຫຼວງຫຼາຍ. ໃນເວລາທ່ານປະທານສີຈິ້ນຜິງພົບປະກັບທ່ານປະທານາທິບໍດີວະລາດີເມຍ ປູຕິນ ແມ່ນໄດ້ແລກປ່ຽນຄວາມເຫັນຢ່າງເລິກເຊິ່ງກ່ຽວກັບບັນຫາອູແກຣນ.ທ່ານປະທານສີຈິ້ນຜິງກ່າວວ່າ: ພວກເຮົາເຫັນວ່າ: ຍິ່ງປະສົບຄວາມຫຍຸ້ງຍາກຕ່າງໆນາໆ, ຍິ່ງຕ້ອງຈົ່ງຊ່ອງທາງໃຫ້ກັບສັນຕິພາບ;ຍິ່ງມີຄວາມຂັດແຍ້ງທີ່ແຫຼມຄົມ,ຍິ່ງບໍ່ສາມາດປະລະຄວາມພະຍາຍາມເພື່ອການສົນທະນາກັນ. ວັນດຽວກັນ, ປະມຸກລັດສອງປະເທດໄດ້ລົງນາມໃນຖະແຫຼງການຮ່ວມ, ເນັ້ນໜັກໃຫ້ແກ້ໄຂວິກິດການອູແກຣນດ້ວຍການເຈລະຈາສັນຕິພາບ. ຖະແຫຼງການໄດ້ຊີ້ອອກວ່າ: ກ່ຽວກັບບັນຫາອູແກຣນ, ສອງຝ່າຍເຫັນວ່າ: ຈຸດປະສົງແລະຫຼັກການຂອງກົດບັດອົງການສະຫະປະຊາຊາດຕ້ອງໄດ້ປະຕິບັດຕາມ, ກົດໝາຍສາກົນຕ້ອງໄດ້ເຄົາລົບນັບຖື.